ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-25 18:39:01    
ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຄັ້ງ​ທີ 7 ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: sayvanny
ຕາມ​ຂ່າວ cri: ວັນ​ທີ 25 ມັງກອນ​ນີ້,ນາງ​ຈ່ຽງ​ອີ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ຢູ່​ປັກ​ກິ່ງ​ວ່າ, ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຄັ້ງທີ 7 ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 25 ຫາ​ວັນ​ທີ 27 ມັງ​ກອນ​ນີ້.

​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມັງ​ກອນ​ນີ້,ນາງ​ຈ່ຽງ​ອີ​ເວົ້າ​ວ່າ, ​ໃນ​ໄລ​ຍະ​ສົນ​ທະ​ນາ​ກັນ​ເທື່ອ​ນີ້,ສອງ​ຝ່າ​ຍຈະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ທີ່​ສອງ​ຝ່າຍ​ຈີນ​ຍີ່​ປຸ່ນ​ສົນ​ໃຈ​ນຳ​ກັນ.ນາງ​ຈ່ຽງ​ອີ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ຕ້າຍ​ປິງ​ໂກ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເຈ​ລະ​ຈາ​ກັບ​ທ່ານ​ຢາ​ຈີ.​ໂຊ​ທາ​ໂຣ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ,ທ່ານ​ລີ​ຈ້າວ​ສິງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກໍ່​ຈະ​ພົບ​ປະ​ທ່ານ​ຢາ​ຈີ.​ໂຊ​ທາ​ໂຣ​ເຊັ່ນ​ກັນ.