ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-25 21:46:21    
ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ບົດ​ວິ​ຈານ​ກ່ຽວ​ກັບ​ພວກ​ຝ່າຍ​ຂວາ​ຍີ່​ປຸ່ນ​ຈະ​ຖ່າຍ​ຮູບ​ເງົາ​ເລື່ອງ​ຍີ່​ປຸ່ນ​ດຳ​ເນີນ​ການ​ສັງ​ຫານ​ໂຫດ​ຢູ່​ນານ​ກິ່ງ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 25 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ນາງຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ, ຢາກໃຫ້​ຝ່າຍ​ຍີ່​ປຸ່ນ​ແກ້​ໄຂ​ບັນຫາ​ປະຫວັດສາດ​ໃຫ້​ເໝາະ​ສົມ​ດ້ວຍ​ທ່າ​ທີ​ຖືກຕ້ອງ​ແລະ​ຮັບຜິດຊອບ.

​ມື້​ດຽວ​ກັນ, ໃນ​ກອງ​ປະຊຸມ​ຖ​ະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​​ເປັນ​ປະຈຳ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ນັກ​ຂ່າວ​ຖາມ​ວ່າ, ພວກຝ່າຍ​ຂວາ​ຍີ່​ປຸ່ນ​ມີ​ແຜນ​ຈະຖ່າຍທຳຮູບ​ເງົາ​​ກ່ຽວ​ກັບການ​ສັງຫານ​ໂຫດ​ຢູ່​ເມືອງ​ນານກິ່ງ​, ຝ່າຍ​ຈີນມີ​ການ​ວິຈານ​ແນວ​ໃດ​ຕໍ່​ເລື່ອງ​ນີ້. ນາງ​ຈ່ຽງອີເວົ້າ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ການ​ສັງຫາ​ນ​ໂຫດ​ຢູ່​ນານ​ກິ່ງຈິນມີຫຼັກຖານ​ພິຍານອັນ​ຄັກ​ແນ່ຢ່າງຫຼວງຫຼາຍ, ປະຊາ​ຄົມ​ໂລກ​ມີ​ຄຳ​ວິນິ​ໄສ​​ແຕ່​ມາ​ດົນ​ແລ້ວ, ສະ​ນັ້ນ​ຈຶ່ງ​ຢາກໃຫ້​ຝ່າ​ຍຍີ່​ປຸ່ນ​ແກ້​ໄຂ​ບັນຫາ​ປະຫວັດສາດ​ໃຫ້​ເໝາະ​ສົມ​ດ້ວຍ​ທ່າ​ທີ​ຖືກຕ້ອງ​ແລະ​ຮັບຜິດຊອບ, ຈຶ່ງຈະ​ຊ່ອຍ​ໃຫ້​ຍີ່​ປຸ່ນມີ​ສັດທາ​ຕໍ່ປະ​ເທດ​ອ້ອມ​ຂ້າງຢູ່ອາຊີ​ແລະ​​ໃນປະຊາ​ຄົມ​ໂລກ, ທັງ​ສອດຄ່ອງກັບ​ຜົນ​ປະ​​ໂຫຍ​ດຂອງ​ຍີ່​ປຸ່ນ​ເອງ.

ນາງ​ຈ່ຽງອີເວົ້າ​ວ່າ, ຝ່າ​ຍຈີນ​ເຫັນ​ວ່າ, ການປັບປຸງ​ການ​ພົວພັນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​​ໃຫ້ດີ​ຂຶ້ນ​ແມ່ນ​ບັນຫາຮ່ວມ​ທີ່​ຈີນ​ກັບ​ຍີ່​ປຸ່ນປະ​ເຊີນ, ​ແຕ່​ໃດໆ​ມາ, ຝ່າຍ​ຈີນ​ກໍ່​ມີ​ເຈດ​ຈຳນົງ​​ໃຫ້ "​ຖືປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ມຸ່ງໜ້າ​ໄປ​ສູ່ອະນາຄົດ" ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ.