ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-26 12:01:18    
ທູດ​ພິ​ເສດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ​ຊ່ວຍ​ເຫຼືອ​ລີ​ບັງ

cri
ຕາມ​ຂ່າວCRI,ກອງ​ປະຊຸມ​ສາກົນ​ຊ່ວຍ​ເຫຼືອ​ລີ​ບັງ​ໄດ້​ໄຂ​ຂຶ້ນ​ຢູ່​ປາຣີ​ໃນ​ວັນ​ທີ​25​ມັງ​ກອນ​ນີ້.​ຜູ່​ແທນ​ທີ່​ຮ່ວມ​ປະຊຸມ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສະ​ໜອງ​ເງິນ​ບໍ​ລິ​ຈາກ​ແລະ​ເງິນ​ກູ້​ດອກ​ເບັ້ຍ​ຕ່ຳ​ທີ່​ມີ​ມູນ​ຄ່າ7​ຕື້600​ລ້ານ​​ໂດ​ລາ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ລີ​ບັງ.​36​ປະ​ເທດ​ແລະ​10​ກວ່າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ສົ່ງ​ຜູ່​ຕາງ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.​ທ່ານ​ໂຟ​ອັດ ຊີ​ນິ​ໂອຣາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລີ​ບັງ​ໄດ້​ແນະ​ນຳ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ສົງ​ຄາມ​ແລະ​ແຜນ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ທີ່​ລັດ​ຖະ​ບານ​ວາງ​ອອກ​ໃນ​ຫວ່າງ​ມໍ່ໆ​ນີ້,​ເຊິ່ງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ແລະ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຜູ່​ແທນ​ທີ່​ຮ່ວມ​ປະ​ຊຸມ.​ທ່ານ​ຊີ​ນີ​ໂອ​ຣາ​ຍັງ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ທີ່​ສຸດ​ຕໍ່​ຄວາມ​ຊ່ວຍ​ເຫຼືອ​ທີ່​ປະ​ຊາ​ຄົມ​ໂລກ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໄວ້.

ໃນ​ເວ​ລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ນາມ​ເປັນ​ຜູ່​ແທນ​ຝ່າຍ​ຈີນ,ທ່ານ​ຊຸນ​ປີ້​ກ້ານ ທູດ​ພິ​ເສດ​ບັນ​ຫາ​ຕາ​ເວັນ​ອອກ​ກາງຂອງ​ຈີນ​ໄດ້​ຊີ້​ອອກ​ວ່າ,ຈີນ​ມີ​ຄວາມ​ປາ​ຖະ​ໜາ​ຕະ​ຫຼອດ​ມາ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຢູ່​ບົນ​ພື້ນ​ຖານ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຫຼັກການ"​ເອົາ​ທີ່​ດິນ​ແລກ​ປ່ຽນ​ສັນ​ຕິ​ພາບ",​ໃຊ້​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ​ມາ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ,ແລ້ວ​ບັນລຸ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ.​ທ່ານ​ຊຸນ​ປີ້​ກ້ານ​ຍັງ​ປະ​ກາດ​ວ່າ,​ຈີນ​ຈະ​ສະໜອງ​​ເງິນ​ຊ່ວຍ​ເຫຼືອ​ລ້າ​30​ລ້ານ​ຢວນ​ໃຫ້​ແກ່​ລີ​ບັງ.

ນອກ​ນີ້,ຂ່າວ​ແຈ້ງວ່າ,​ວັນ​ທີ25ມັງກອນ​ນີ້,ລະຫວ່າງນັກ​ສຶກສາ​ມະຫາວິທະຍາ​ໄລ​ອາ​ລັບ​ເບ​ລຸດ​ທີ່​ສະ​ໜັບ​ສະ​ໜູນ​ແລະ​ຄັດ​ຄ້ານ​ລັດ​ຖະ​ບານ​ຊຸດ​ປັດຈຸບັນ​ຂອງ​ລີ​ບັງ​ໄດ້ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ,​ຕໍ່​ມາ,​ປະຊາຊົນ​ທ້ອງ​ຖິ່ນ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ,​ເຮັດ​ໃຫ້​ຫຼາຍ​ສິບ​ຄົນ​ຖືກ​ບາດ​ເຈັບ.ຕໍ່​ຈາກ​ນັ້ນ,ຝ່າຍ​ທະຫານ​ລັດຖະບານ​ລີ​ບັງກໍ​ໄດ້​ປະກາດພາວະ​ສຸກ​ເສີນຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ຢູ່​ນະຄອນຫຼວງ​​ເບ​ລຸດ.