ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-26 12:27:32    
ຜູ້​ນຳ​ປາ​ເລັດ​ສະ​ຕິນ​ແລະ​ອິດ​ສະ​ລະ​ແອນ​ຍິນ​ດີ​ເຈ​ລະ​ຈາ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:​ວັນ​ທີ25ມັງກອນ​ນີ້,ທ່ານມາ​ມຸດ ​ອັບ​ບາສ ປະທານ​ອົງການ​ອຳ ນາດ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນ ທ່ານ​​​ໄຊ​ມ້ອນ ​ເປ​ເລັສ ຮອງ​ນາຍົກລັດຖະມົນຕີອິດສະລະ​ແອນ​ພ້ອມ​ດ້ວຍ​​ນາງ​ຊິ​ປີ ລິບນີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອິດ​ສະລະ​ແອນ​ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ກອງປະຊຸມ​ປະຈຳ​ປີ​ຂອງເວທີ​ປຶກສາ​ຫາລື​​ເສດຖະກິດ​​ໂລກ​ທີ່​ຈັດ​ຂຶ້ນຢູ່​ດາ​ວົສຂອງ​ສວິສ,ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ,ຍິນ​ດີ​ເລີ່​ມຈັດການ​ເຈລະຈາ​ຢ່າງ​ຕັ້ງໜ້າ​​ເພື່ອ​ຊຸກຍູ້​ຂະ​ບວນການ​ສັນຕິພາບ.

​ໃນ​ກອງ​ປະຊຸ​ມທີ່​ມີ​ຫົວ​ຂໍ້​ສະຖານະ​ການ​ປາ​ເລັດ​ສະຕິ​ນອິດ​ສະລະ​ແອນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25​ມັງກອນນີ້,ທ່ານ​ອັບ​ບາສ​ເວົ້າວ່າ,ປາ​ເລັດ​ສະຕິ​ນກຽມ​​ພ້ອມຈັດ​ການ​ເຈລະຈາ​ຢ່າງ​ຕັ້ງ ໜ້າ​ກັບ​ລັດຖະບານ​ອິດ​ສະລະ​ແອນ​ໃນ​ທຸກ​ເວລາ.ທ່ານ​ເວົ້າວ່າ,ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັດ​ສະຕິ​ນກັບ​ອິດ​ສະລະ​ແອນ​ແມ່ນ​ການ​ປະ​ທະ​ກັນ​ໜຶ່ງທີ່​ຮຸນ​ແຮງ​ກວ່າ​ໝູ່​​ໃນ​ໂລກ, ຕ້ອງ​ການ​ແຜນການ​ແກ້​ໄ​ຂຢ່າງ​ຮີບ​ດ່ວນ.ປາ​ເລັດ​ສະຕິ​ນ​ແລະ​ອິດ​ສະລະ​ແອນ​ຄວນ​ອີງ​ຕາມ​ແຜນການເສັ້ນທາງ​ສັນຕິພາບ,ຄວນ​ເລີ່​ມ​ແລະ​ສຳ​ເລັດຂະ​ບວນການ​ສັນຕິພາບ​ດ້ວຍ​ຄວາມ​ຈິງ​ໃຈຫຼາຍທີ່​ສຸດ.

ນາງ​ລິບນີກ່າວ​ວ່າ,​​ຍິນ​ດີ​ເຈລະຈາ​ກັບ​ຝ່າຍ​ປາ​ເລັດ​ສະຕິ​ນ,​ເພື່ອປຶກສາ​ຫາລື​ຄວາມ​ອາດ​ສາມາດເປັນ​ໄປ​ໄດ້​ທີ່​ຊຸກຍູ້​ຂະ​ບວນການ​ສັນຕິພາບ​ໃຫ້​ມີ​ການ​ຄືບ​ໜ້າ,​ແຕ່​​ອິດສະ​ແອນ​ແລະ​ປາ​ເລັດ​ສະຕິ​ນຈະຫຼີກ​ລ່ຽງບັນຫາ​ແລະ​ການ​ທ້າ​ທາຍ​ທີ່ມີ​ຢູ່ໃນ​ປະຈຸ​ບັນນັ້ນບໍ່​ໄດ້,ຖ້າ​ຢາກ​ເຮັດ​ໃຫ້​ຂະ​ບວນການ​ສັນຕິພາບ​ໄດ້​ຮັບ​ໝາກຜົນ,ສອງ​ຝ່າຍ​ຕ້ອງການ​ທຳການ​ຕົກລົງ​ທີ່​ຫຍຸ້ງຍາກ​ລຳບາກ.