ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-29 13:07:19    
ປະ​ເທດ​ອາ​ຟຼິ​ກາ​ຍິນ​ດີ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ຫູ​ຈີນ​ທ່າວ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 28 ມັງກອນ​ນີ້,ທຳ​ນຽບປະ​ທາ​ນາ​ທິ​ບໍດີ​ຊູ​ດັງ​ໄດ້​ອອກ​ຖະ​ແຫຼງ​ການ,ສະ​ແດງ​ວ່າຍິນ​ດີ​ຕ້ອນຮັບ​ຢ່າງ​ສຸດ​ໃຈຕໍ່​ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນຈະ​ໄປ​ຢ້ຽມຢາມ​ຊູ​ດັງ​ທາງ​ລັດຖະກິດ​ໃນ​ໄວໆ​ນີ້,ຊີ້​ອອກ​ວ່າ,ການ​ຢ້ຽມຢາມ​ເທື່ອ​ນີ້ຈະ​ກາຍ​ເປັນຫຼັກ​ໝາຍ​ທາງ​ໃນ​ປະ​ຫວັດ​ຂະ​ຫຍາຍ​ການ​ພົວພັນ​ໄມຕີ​ຈິດ​ລະຫວ່າງ​ຊູ​ດັງກັບ​ຈີນ.

ມື້​ດຽວ​ກັນ,ໜັງ​ສື​ພິມ"ຊານ​ເດ​ເມ​ວ" ໜັງ​ສືພິມ​ຝ່າຍ​ທາງ​ການ​ຂອງ​ຊຳ​ບີ​ໄດ້​ພິມ​ບົດ​ຄວາມ​ລົງ​ນາມ​ກ່ຽວ​ກັບ​ທ່ານ​ຫູ​ຈີນ​ທ່າວ​ຈະ​ມາ​ຢ້ຽມຢາມ​ຊຳ​ບີ​ໃນ​ໄວໆ​ນີ້,​ເຫັນ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ປະ​ທານ​ຫູ​ຈີນ​ທ່າວ​ຈະ​ຊຸກຍູ້​ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ໃໝ່,ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ດ້ານ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​.

ທ່ານ​ຫູ​ຈີນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມ​ຢາມ​ທາງ​ລັດຖະກິດ​ຕໍ່​ກາເມີ​ລຸນ ລີ​ເບ​ລີ​ອາ ຊູ​ດັງ ຊຳ​ບີ ນາ​ມີ​ບີ ອາ​ຟຼິກາ​ໃຕ້ ​ໂມ​ຊຳ​ບິ​ກ​ແລະ​​ເຊ​ແຊນ​ແຕ່​ວັນ​ທີ 30 ມັງກອນ​ນີ້​ຫາ​ວັນ​ທີ 10 ກຸມພາ.