ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-30 17:23:02    
ຮາ​ມາສ​ແລະ​ຟາ​ຕາ​ເຫັນ​ດີ​ຢຸດ​ຍິງ​ກັນ

cri
ຕາມ​ຂ່າວCRI,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ30​ມັງກອນ​ນີ້,ທ່ານ​ມາ​ມຸດ ອານ​ຈາ​ຮາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ປາ​ເລັສຕິນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ,​ອົງ​ການ​ຂະ​ບວນການ​ອິສ​ລາມ​ຕໍ່​ຕ້ານ​ຂອງ​ປາ​ເລັສຕິນຫຼື​ຮາ​ມາສ ກັບຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສ​ຕິນ​ຫຼື​ຟາ​ຕາ​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ.

ຕອນ​ຄ່ຳ​ວັນ​ທີ29​ມັງກອນ​ນີ້,ຢູ່​ທີ່​ກາຊາ, ທ່ານອິສມາ​ອິນ ​ຮາ​ນີ​ເຢ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ຂອງ​ປາ​ເລັສຕິນ ຜູ່​ນຳ​ອົງການຮາ​ມາສ​ໄດ້​ເຈລະຈາ​ກັບ ຜູ່​ຊ່ວຍ​ລະ​ດັບ​ສູງ​ຜູ່​ໜຶ່ງ​ຂອງ​ທ່ານ​ມາ​ມຸດ ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ ຜູ່​ນຳ​ຟາ​ຕາ.​ພາຍ​ຫຼັງ​ເຈ​ລະ​ຈາ​ແລ້ວ,ທ່ານມາ​ມຸດ ອານ​ຈາ​ຮາ ກ່າວ​ວ່າ,ສອງ​ຝ່າຍ​ໄດ້​ເຫັນ​ດີ​ຢຸດ​ຍິງ​ກັນ​ເລີ່ມ​ແຕ່3​ໂມງ​ຕອນ​ເດິກ​ຂອງວັນ​ທີ30​ມັງກອນ​ນີ້​​ເວລາ​ທ້ອງ​ຖິ່ນເປັນ​ຕົ້ນ​ໄປ.​ເມື່ອ​ຮອດ​ເວ​ລາ​ນັ້ນ,​ສອງ​ຝ່າຍ​ຈະ​ຖອນ​ກອງ​ປະ​ກອບ​ອາ​ວຸດ​ທີ່​ຢູ່​ຕາມ​ຖະ​ໜົນ​ກາ​ຊາ​ແລະ​ມ້າງ​ປ້ອມ​ກວດ​ກາ​ຂອງ​ໃຜ​ລາວ.