ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-31 11:01:02    
ອາ​ເມ​ລິ​ກາ​ກັບ​ສ.ປ.ປ.​ເກົາ​ຫຼີ​ຫາລື​ກັນ​ກ່ຽວ​ກັບ​ບັນ​ຫາ​ການ​ທະ​ນາ​ຄານ​ຢູ່​ປັກ​ກິ່ງ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:​ຕອນ​ບ່າຍ​ວັນ​ທີ 30 ມັງ​ກອນ​ນີ້,​ການ​ຫາລື​ກັນກ່ຽວ​ກັບ​ບັນຫາ​ການ​ທະ​ນາ​ຄານ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບສ.ປ.ປ.​ເກົາຫຼີ​ໄດ້​ຈັດ​ຂຶ້ນ​ຢູ່​ສະຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ.ທ່ານ​ດານ​ນີວ ກຼາ​ເຊີ ຜູ້​ແທນ​ຝ່າຍ​ອາ​​ເມ​ລິ​ກາ ຜູ້​ຊ່ວຍ​ລັດຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນອາ​ເມ​ລິ​ກາ​ເວົ້າ​ວ່າ,​ໃນ​ການ​ຫາລື,​ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນກ່ຽວ​ກັບ​ບັນຫາ​ການ​ທະນາຄານ.

ຕອນ​ຄ່ຳ​ມື້​ດຽວ​ກັນ,​ທ່ານ​ກຼາ​ເຊີ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,​ໝາກ​ຜົນ​ການ​ຫາລື​ໃນ​ມື້​ດຽວ​ກັນ​ນີ້,ອັນ​ໜຶ່ງ​​ແມ່ນ​ສອງ​ຝ່າຍ​ໄດ້​ຕົກລົງ​ສ້າງ​ຂອບ​ການ​ສົນທະນາ,​ນີ້​ຈະເຮັດ​ໃຫ້​ສອງ​ຝ່າຍສາ​ມາດ​ຫາລື​ກັນ​ຕື່ມ​ອີກ​ກ່ຽວ​ກັບ​ບັນຫາ​ນີ້​ໃນ​ຫຼາຍ​ມື້​ຕໍ່ໜ້າ​ນີ້.​ທ່ານ​ກຼາ​ເຊີ​ເວົ້າ​ວ່າ,ຕາມ​ຄວາມ​ຮຽກຮ້ອງ​ຂອງ​ຝ່າຍ​ສ.ປ.ປ.​ເກົາຫຼີ,ວັນ​ທີ 31 ມັງກອນ​ນີ້,ສອງ​ຝ່າຍ​ຈະ​ຫາລື​ກັນ​ອີກຢູ່​ສະຖານທູດ​ສ.ປ.ປ.​ເກົາຫຼີ​ປະຈຳ​ຈີນ.

ຄະນະ​ຜູ້​​ແທນສ.ປ.ປ.​ເກົາຫຼີ​ທີ່​ນຳ​ໂດຍ​ທ່ານ​ໂອ​ຄວາ​ງ​​ໂຈ ຜູ້ອຳນວຍການ​ທະນາ​ຄານ​ການ​ຄ້າ​ສ.ປ.ປ.​ເກົາຫຼີ​ໄດ້​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 30 ມັງກອນ​ນີ້.

ມື້​ດຽວ​ກັນ,ທ່ານ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເຄີຍ​ເວົ້າ​ວ່າ,ຝ່າຍ​ຈີນ​ບໍ່​ເຂົ້າ​ຮ່ວມ​ການ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ການ​ທະນາຄານ​ລະຫວ່າງ​ອາ​ເມ​ລິ​ກາ​ກັບສ.ປ.ປ.​ເກົາຫຼີ.ຜູ້​ຊ່ຽວ​ຊານ​ວິ​ເຄາະ​ວ່າ,ການ​ຫາລື​ກັນກ່ຽວ​ກັບ​ບັນຫາ​ການ​ທະນາ​ຄານ​ເທື່ອ​ນີ້​ພວມ​ພະຍາຍາມ​ກຳຈັດ​ສິ່ງ​ກີດຂວາງ​ໃຫ້​ການ​ເຈລະຈາ 6 ຝ່າຍ.