ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-31 16:33:37    
ຈີນ​ຍື່ນ​ເອ​ກະ​ສານ​ອະ​ນຸ​ມັດ​ສົນ​ທິ​ສັນ​ຍາ​ປົກ​ປ້ອງ​ແລະ​ຊຸກ​ຍູ້​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດ​ທະ​ນະ​ທຳ​ໃຫ້​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ວັນ​ທີ30​ມັງກອນ​ນີ້,ທ່ານ​ຈ່າງ​ຊ່ວງ​ກູ ອຸ​ປະ​ທູດ​ຂອງ​ຄະ​ນະ​ຜູ່​ແທນ​ຈີນ​ປະ​ຈຳ​ອົງການ​ຢູ່​ເນັສ​ໂກ​ໄດ້​ຍື່ນ​ເອ​ກະ​ສານ​ຂອງ​ສ.ປ.​ຈີນ​ທີ່​ອະ​ນຸ​ມັດ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ແລະ​ຊຸກ​ຍູ້​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດ​ທະ​ນະ​ທຳ​ໃຫ້​ນາງ​ແຟຼນ​ໂກ​ອິສ ຣີ​​ເວ​ຍ ຜູ່​ຊ່ວຍ​ວຽກ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ອົງ​ການ​ຢູ​ເນັສ​ໂກ.

ທ່ານ​ຈ່າງ​ຊ່ວງ​ກູ​ກ່າວ​ວ່າ,ສົນທິສັນຍາ​ວ່າ​ດ້ວຍ​ການປົກ​ປ້ອງ​ແລະ​ຊຸກ​ຍູ້​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດທະນະທຳ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ແລະ​ຄວາມ​ຮຽກ​ຮ້ອງ​ຂອງ​ສະ​ມາ​ຊິກ​ທັງ​ຫຼາຍ​ຂອງ​ອົງການ​ຢູ​ເນັສ​ໂກ,​ຈະ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ປົກ​ປ້ອງ​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດ​ທະ​ນະ​ທຳ​ແລະ​ຊຸກ​ຍູ້​ການ​ສົນ​ທະ​ນາ​ກັນ​ລະ​ຫວ່າງ​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ.​ທ່ານ​ຈ່າງ​ຊ່ວງ​ກູ​ກ່າວ​ວ່າ,​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ສ້າງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ແລະ​ຍິນ​ດີ​ປະ​ກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດ​ທະ​ນະ​ທຳ​ໂລກ.