ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-01 10:52:13    
ປີ​2006​ພາກ​ສ່ວນ​ກວດ​ກາ​ຄຸນ​ນະ​ພາບ​ແລະ​ພະ​ຍາດ​ເຂົ້າ​ອອກ​ເມືອງ​ຂອງ​ຈີນ​ໄດ້​ກວດກາ​ສິນຄ້າ​ຕົກ​ເປັນ​ມູນ​ຄ່າ800​ຕື້​ກວ່າ​ໂດ​ລາ

cri Author: shuo
ຕາມ​ຂ່າວຈາກ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ສະບັບ​ຕ່າງປະ​ເທດ:ວັນ​ທີ31​ມັງກອນ​ນີ້,ກົມ​ໃຫຍ່​ຕິດຕາມກວດກາ​ຄຸນ​ນະພາ​ບ​ແລະ​ກວດກາ​ພະຍາດ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ,ປີ2006,​ພາກ​ສ່ວນ​ກວດ​ກາ​ຄຸນ​ນະ​ພາບ​ແລະ​ພະ​ຍາດ​ເຂົ້າ​ອອກ​ເມືອງ​ໃນ​ແຫ່ງ​ຕ່າງໆຂອງຈີນໄດ້​ກວດ​ກາ​ສິນ​ຄ້າ​ທີ່​ຕົກເປັນມູນຄ່າ800ຕື້ກວ່າໂດລາ,​ໃນ​ນັ້ນ​ໄດ້​ກວດ​ອອກ​ສິນ​ຄ້າ​ທີ່​ບໍ່​ໄດ້​ມາດຖານຕົກເປັນມູນຄ່າ23ຕື້ກວ່າໂດລາ.

ຕາມສະຖິຕິ,ພາກສ່ວນກວດກາຄຸນນະພາບແລະ​ພະຍາດ​ເຂົ້າອອກ​ເມືອງ​ໃນ​ແຫ່ງ​ຕ່າງໆ​ຂອງ​ຈີນລວມ​ທັງ​ໝົດ​ໄດ້​ກວດ​ອອກ​ສິນຄ້າ​ທີ່​ມີ​ພະຍາດ​ສັດ​ແລະ​ວັດຖຸ​ຜົນ​ຮ້າຍ295​ເທື່ອ,​ແລະ​ກວດ​ອອກ​ຊີ​ວະ​ຊາດທີ່​ມີ​ຜົນ​ຮ້າຍ​ຕໍ່​ພືດ2721​​ແນວ.

ນອກ​ນີ້,​ໃນ​ປີ2006,ພາກສ່ວນ​ກວດກາ​ຄຸນ​ນະພາ​ບ​ແລະ​ພະຍາດ​ເຂົ້າອອກ​ເມືອງ​ຂອງ​ຈີນ ລວມທັງ​ໝົດ​ໄດ້​ກວດກາ​ພະຍາດຕໍ່​ຄົນເຂົ້າອອກ​ເມືອງ300​ລ້ານ​ກວ່າ​ຄົນ.