|
 |
(GMT+08:00)
2007-02-01 15:59:04
|
 |
ຈີນຈະສືບຕໍ່ເພີ່ມທະວີການລົງໂທດທາງອາຍາຕໍ່ການກະທຳລ່ວງລະເມີດສິດຊັບສິນທາງປັນຍາ
cri
ຕາມຂ່າວCRI,ທ່ານ ລິວປິ່ນເຈ ຮອງຫົວໜ້າກົມຖະແຫຼງຂ່າວແລະພິມຈຳໜ່າຍແຫ່ງຊາດຈີນກ່າວຢູ່ທີ່ປັກກິ່ງວ່າ,ຫວ່າງມໍ່ໆນີ້,5ແຂວງແລະກຳແພງນະຄອນຂອງຈີນໄດ້ປະກາດຕັດສິນຄະດີງວດໜຶ່ງກ່ຽວກັບການລ່ວງລະເມີດສິດຊັບສິນທາງປັນຍາ,ເພີ່ມຄວາມແຮງໃນການລົງໂທດທາງອາຍາຕໍ່ການລ່ວງລະເມີດສິດຊັບສິນທາງປັນຍາ.
5ແຂວງແລະກຳແພງນະຄອນດັ່ງກ່າວແມ່ນ ນະຄອນຊຽງໄຮ້ ແຂວງຊ່ານຕຸ່ງແລະແຂວງເຈີ້ຈ່ຽງ ທາງພາກຕາເວັນອອກແລະແຂວງຟູຈ້ຽນແຂວງໄຫຫຼຳທີ່ຢູ່ພາກໃຕ້ຂອງຈີນ.ຄະດີເຫຼົ່ານີ້ໄດ້ກ່ຽວພັນເຖິງປຶ້ມແລະເຄື່ອງສຽງແລະພາບທີ່ລັກລອກແບບ,ນັກໂທດຖືກຕັດສິນຕິດຄຸກ2ເດືອນຮອດ6ປີແລະຍຶດເອົາລາຍໄດ້ທີ່ຜິດກົດໝາຍ.ທ່ານລິວປິ່ນເຈກ່າວວ່າ,ທັງນີ້ໄດ້ສ່ອງແສງໃຫ້ເຫັນຄວາມຕັດສິນໃຈອັນແຂງແຮງຂອງລັດຖະບານຈີນເພື່ອຕໍ່ຕ້ານການລ່ວງລະເມີດສິດຊັບສິນທາງປັນຍາ
ປີກາຍນີ້,ລັດຖະບານຈີນໄດ້ດຳເນີນການເຄື່ອນໄຫວສະເພາະກິດ,ໄດ້ສຳຫຼວດແລະຕັດສິນຄະດີທີ່ລ່ວງລະເມີດສິດຊັບສິນທາງປັນຍາ9000ກວ່າລາຍ,ລົງໂທດທາງອາຍາຕໍ່100ກວ່າຄົນ
|
|
|