ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-02 15:56:03    
ທ່ານ​ຫູ​ຈິນ​ທາວ​ເດີນ​ທາງ​ໄປ​ຮອດ​ກາ​ຕູມ​ເພື່ອ​ເລີ່ມ​ຢ້ຽມ​ຢາມ​ຊູ​ດັງ​

cri
ຕາມ​ຂ່າວCRI, ໃນ​ຕອນ​ເຊົ້າ​ວັນ​ທີ2​ກຸມພານີ້ ​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​ອານ ບາ​ເຊີ ປະທານາທິບໍດີ​ຊູ​ດັງ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​​ເດີນທາງ​ໄປ​ຮອດ​ກາຕູມ ນະຄອນຫຼວງ​ຊູ​ດັງ,​ເພື່ອເລີ່ມ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ.

ນີ້​ແມ່ນ​ປະມຸກ​ລັດ​ຈີນ​ຢ້ຽມຢາມ​ຊູ​ດັງ​ເປັນ​ເທື່ອ​ທຳ​ອິດ.ທ່ານ​ອານ​ບາ​ເຊີ ປະທານາທິບໍດີ​ຊູ​ດັງ​ໄດ້​ໄປຕ້ອນຮັບ​ຢູ່​ສະໜາມ​ບິນ​ແລະ​ຈັດ​ພິທີ​ຕ້ອນຮັບ​ຢ່າງ​​ເປັນ​ທາງ​ການ.​ຢູ່​ສະໜາມ​ບິນ,​ເຈົ້າ​ໜ້າ​ທີ່​ຈີນ​ທີ່​ຕິດຕາມ​ຄະນະ​ຜູ່​ແທນ​ໄດ້ແຈກ​ຢາຍ​ບົດຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນ​ທາວ​ທີ່​ມີ​ເນື້ອ​ໃນວ່າ,ນັບແຕ່ຈີນ​ແລະ​ຊູ​ດັງ​ສ້າງສາ​ຍສຳພັນ​ທາງ​ການ​ທູດ48​ປີ​ມາ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ອຸ​ດົມ​ສົມ​ບູນ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕີ​ຈິດ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນການ​ເມືອງ,​ເສດຖະກິດ​ການ​ຄ້າ,​ວັດ​ທະ​ນະ​ທຳ,​ການ​ສຶກ​ສາ​ແລະ​ສາ​ທາ​ລະ​ນະ​ສຸກ​ເປັນ​ຕົ້ນ,​ໃນ​ວຽກ​ງານ​ລະຫວ່າງ​ຊາດ,ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັນ​ແລະ​ປະສານ​ສົມທົບ​ກັນ​ຢ່າງ​ໃກ້ຊິດ.​ທ່າ​ນ​ເຊື່ອ​ວ່າ,ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຍ່ອມ​ຈະ​ເພີ່ມ​ທະວີ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ,ຊຸກ​ຍູ້​ການ​ພົວພັນ​ໄມ​ຕີ​ຈິດ​ແລະ​ກາ​ນຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນສູ່​ລະດັບ​ໃໝ່.

ໃນ​ໄລຍະ​ຢ້ຽມຢາມ​ຊູ​ດັງ,​ທ່ານ​ຫູ​ຈິນ​ທາວ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອານ​ບາ​ເຊີ,​ແລະ​ພົບ​ປະ​ກັບ​ທ່ານ​ຊານ​ວາ​ຄີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ່​ທີ​ໜຶ່ງ​ແລະ​ທ່ານ​ ຕາ​ຮາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຊູ​ດັງ,​ເພື່ອ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ທີ່​ສົນ​ໃຈ​ຮ່ວມ​ກັນ.