ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-04 18:06:10    
ລົດຍົນ​ລະ​ເບີດຢູ່​ແບກ​ແດດ​ເຮັດ​ໃຫ້ 300 ກວ່າ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 3 ກຸມພາ​ນີ້, ​ໃນ​ຕະຫຼາດ​ແຫ່ງ​ໜຶ່ງ​ຂອງ​​ແບກ​ແດດ ນະຄອນ​ຫຼວງ​ອີຣັກ​ໄດ້​ເກີດ​ເຫດການ​ລົດຍົນລະ​ເບີດ, ນັບ​ມາ​ຮອດ​ປະຈຸ​ບັນ, ຢ່າງ​ໜ້ອຍ​ໄດ້​ເຮັດ​ໃຫ້ 120 ຄົນ​​ເສຍ​ຊີວິດ, 200 ຄົນ​ຖືກບາດ​ເຈັບ.

ຕອນຫົວ​ຄ່ຳມື້​ດຽວ​ກັນ, ລົດ​​ບັນທຸກ​ສິນຄ້າ​ຄັນ​ໜຶ່ງ​ຢູ່​ຕະຫຼາດຊາດຼີຢາ​ຢູ່​ໃຈກາງ​ເມືອງ​ແບກ​ແດດ​ລະ​ເບີດ​ຂຶ້ນ​ໃນ​ທັນທີ, ​ເຮັດ​ໃຫ້ຫຼາຍຄົນ​​ເສຍ​ຊີວິດ​ແລະ​ບາດ​ເຈັບ. ​ຜູ້​ໄດ້​ເຫັນ​ກັບ​ຕາ​ເວົ້າ​ວ່າ, ​ຍ້ອນ​ວ່າ​ເວລາ​ນັ້ນ, ຄົນ​ໃນ​ຕະຫຼາດ​ມີ​ຫຼວງຫຼາຍ.

ວັນ​ທີ 3 ກຸມພາ​ນີ້, ທຳນຽບຂາວ​ຂອງ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງການ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ໂຈມ​ຕີ​​ດ້ວຍ​ລົດຍົນ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ແບກ​ແດດ​ໃນ​ມື້​ດຽວ​ກັນ, ​ແລະ​ກ່າວວ່າ, ນີ້​ແມ່ນ "ທາລຸນກຳ" ທີ່​ແນ​ໃສ່​ສາມັນ​ຊົນ​ອີກ​ເທື່ອ​ໜຶ່ງ​ທີ່​ເກີດ​ຂຶ້ນ​ຢູ່​ອີຣັກ.

ວັນທີ 4 ກຸມພານີ້,​ເຢຍລະມັນ​ເຊິ່ງ​ເປັນ​ປະເທດ​ປະທານ​ຕາມຮອບ​ໝູນ​ວຽນ​ຂອງ​ສະຫະ​ພາບ​ເອີລົບ​ໄດ້​ອອກ​ຖະແຫຼງການ,​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫຼອນ​ໂຈມຕີ​ດ້ວຍ​ການ​ລະເບີດ​ລົດຍົນ​ແບບ​ສະຫຼະ​ຊີບດັ່ງກ່າວ.