ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-05 21:13:20    
ຈີນ​ຊ່ວຍ​ເຫຼືອ​ອາ​ຟິຼກ​ກາ​ແມ່ນ​ການ​ຊ່ວຍ​ເຫຼືອ​ກັນ​ລະ​ຫວ່າງ​ເພື່ອນ​ມິດ

cri
ຕາມ​ຂ່າວCRI,ວັນ​ທີ5​ກຸມພາ​ນີ້,ທ່ານ​ເວີ້ຍ​ຈ້ຽນ​ໂກວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​​ເນັ້ນວ່າ,ຈີນ​ຊ່ວຍ​ເຫຼືອ​ອາ​ຟິຼກກາ​ແມ່ນ​ດ້ວຍຈິງ​ໃຈ​ແລະ​ບໍ່​ເຫັນ​ແກ່​ຕົວ,ບໍ່​ມີ​ເງື່ອນ​ໄຂ​ດ້ານການ​ເມືອງ​ໃດໆ​ທັງ​ສິ້ນ,​ແມ່ນ​ການ​ຊ່ວຍ​ເຫຼືອ​ກັນ​ລະຫວ່າງ​ເພື່ອນ​ມິດ.

ໃນ​ເວລາ​ລົມ​ກັບ​​ຜູ່​ເຂົ້າເວັບ​ໄຊ້ຊິນ​ຮວາທາງ​ອິນ​​ເທີ​ເນັດ,​ທ່ານ​ເວີ້ຍ​ຈ້ຽນ​ໂກວ​ກ່າວ​ວ່າ,​ຈີນ​ຊ່ວຍ​ເຫຼືອ​ອາ​ຟິຼກ​ກາ​ຕົ້ນ​ຕໍ​ແມ່ນ​ໃຊ້​ວິ​ທີ​ຊ່ວຍ​ເຫຼືອ​ປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ແລະ​ສະ​ໜອງ​ວັດ​ຖຸ​ຊ່ວຍ​ເຫຼືອ​ລ້າ,​ໃຫ້​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ຮັບ​ການ​ຊ່ວຍ​ເຫຼືອ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົວ​ຈິງ.

ນອກ​ນີ້,​ເພື່ອ​ສະໜັບສະໜູນ​ປະ​ເທດ​ອາ​ຟຼິກກາ​ສ້າງສາ​ເສດຖະກິດ​ໃຫ້​ຈະ​ເລີນ,​ປີ​2000,​ລັດ​ຖະ​ບານ​ຈີນ​ໄດ້​ຍົກ​ເວັ້ນໜີ້​ສິນ​ສ່ວນ​ໜຶ່ງ​ລວມ10ຕື້900​ລ້ານ​ຢວນທີ່​ຮອດ​ເວລາ​ກຳນົດ​ຂອງ31ປະ​ເທດ​ອາ​ຟິຼກກາ.​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ເວທີ​ປຶກສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກກາ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ລັດ​ຖະ​ບານ​ຈີນ​ປະກາດ​ວ່າ,ຕໍ່33​ປະ​ເທດ​ອາ​ຟິຼກກາ​ທີ່​ຕິດ​ໜີ້​ໜັກໜ່ວງ​ແລະ​ດ້ອຍ​ພັດທະນາ​ທີ່​ສຸດ ທີ່​ມີ​ສາຍສຳພັນ​ທາງ​ການ​ທູດ​ກັບ​ຈີນ​ນັ້ນ,ຈີນ​ຈະ​ຍົກ​ເວັ້ນໜີ້​ສິນ​ເງິນ​ກູ້​ບໍ່​ມີ​ດອກ​ເບັ້ຍ​ທີ່ຮອດ​ເວລາ​ກຳນົດໃນ​ທ້າຍ​ປີ​2005​ຕ້ອງ​ສົ່ງ​ຄືນ.

ທ່ານ​ເວີຍ​ຈ້ຽນ​ໂກວຍັງ​​ເປີດ​ເຜີຍວ່າ,ປີ2006,ມູນ​ຄ່າການ​ຄ້າ​ລະຫວ່າງຈີນ​ກັບ​ອາ​ຟິຼກກາ​ໄດ້​ມີ​ເຖິງ55​ຕື້500​ລ້ານ​ໂດ​ລາ,​ເຊິ່ງ​ໄດ້​ເພີ່ມຂຶ້ນ30%​ຂຶ້ນ​ໄປໃນ5​ປີ​ລຽນຕິດ.