ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-07 16:16:10    
ຈິ່ນ​ຢວນ​ພູ ນັກ​ຄົ້ນ​ຄວ້າ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ

 


cri

ສະບາຍດີ​ທ່ານ​ຜູ້ຟັງ, ຍິນ​ດີ​ຕ້ອນຮັບ​ທ່ານ​ຮັບ​ຟັງ​ລາຍການ​ວັດທະນະທຳ​ຈີນ. ສາ​ສະ​ດາ​ຈານ​ຈິ່ນ​ຢວນພູ ອາຍຸ 56 ປີ​ແມ່ນ​ນັກປາດ​ທີ່​ມີ​ຊື່​ສຽງ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ອຸດສາຫະກຳ​ວັດທະນະທຳ. ​ໃນຫຼາຍປີ​ມາ​ນີ້, ທ່ານ​ໄດ້​ຕັ້ງ​ໃຈຄົ້ນຄວ້າ​ໂອກາດ​ທີ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ນຳ​ມາ​ໃຫ້​ອຸດສາຫະກຳ​ວັດທະນະທຳ​ຈີນ, ​ໄດ້​ເກີດ​ຜົນ​ສະທ້ອນຫຼາຍ​ໃນ​ວົງ​ການ​ວິຊາ​ການ​ແລະ​ອຸດສາຫະກຳ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ.

ທ່ານ​ຈິ່ນຢວນພູ​ແມ່ນ​ສາ​ສະ​ດາ​ຈານ​ສຸນທອນ​ວິທະຍາ​ຂອງ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ. ​ແຕ່​ປີ 1990 ​ເປັນຕົ້ນມາ, ຄຽງ​ຄູ່​ກັບ​ອຸດສາຫະກຳ​ວັດທະນະທຳ​ຈີນ​ຈະ​ເລີ​ນຂຶ້ນ, ຈິ່ນຢວນພູ​ໄດ້​ເອົາ​ໃຈ​ໃສ່​ການຄົ້ນຄວ້າ​ອຸດສາຫະກຳ​ໃໝ່​ນີ້. ​ທ່ານ​ແມ່ນ​ນັກປາດຜູ້​ໜຶ່ງ​ທີ່​ແນະນຳ​ທິດ​ສະ​ດີ​ແລະ​ຜຶດຕິ​ກຳ​ຂອງ​ອຸດສາຫະກຳ​ວັດທະນະທຳ​ຕ່າງປະ​ເທດ​ເຂົ້າມາ​ຈີນ. ຫຼັງຈາກ​ນັ້ນ, ທ່ານ​ໄດ້​ດຳລົງ​ຕຳ​ແໜ່​ງ​ຫົວໜ້າ​ສະ​ຖາ​ບັນ​ຄົນຄວ້າ​ປະດິດ​ຄິດ​ແຕ່ງ​ວັດທະນະທຳ​ຂອງ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ, ​ໄດ້​ເລັ່ງສາຍຕາ​ໃສ່​ຫົວ​ຂໍ້ຄົ້ນຄວ້າ​ສີສັນ​ອຸດສາຫະກຳ​ວັດທະນທຳ​ຈີນ​ເປັນຕົ້ນ, ​ໄດ້​ພິມ​ຈຳໜ່າຍ​ບົດ​ປະພັນຫຼາຍສະບັບ. ​ເມື່ອ​ກ່າວ​ເຖິງ​ຕົນ​ເອງປ່ຽນ​​ຈາກການຄົ້ນຄວ້າ​ສຸນທອນ​ວິທະຍາ​ກາຍ​ເປັນ​ການຄົ້ນຄວ້າ​ອຸດສາຫະກຳ​ວັດທະນະທຳ, ທ່ານ​ຈິ່ນຢວນພູ​ເວົ້າວ່າ:

"​ໃນ​ເວລາ​ແນະນຳ​ສຸນທອນ​ວິທະຍາ​ເຂົ້າ​ໃນຈີນ​, ຂ້າພະ​ເຈົ້າກໍ​ໄດ້​ປະ​ກົນ​ເຫັນ​​ແລ້ວວ່າ, ຄົນ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ເວລາ​ຮັບ​ເອົາ​ສຸນທອນ​ວິທະຍາ​ກໍ​ໄດ້​ພິຈາລະນາ​ເຖິງ​ສະພາບການ​ໜຶ່ງຄື​ການ​ພົວພັນ​ລະຫວ່າງສຸນທອນ​ວິທະຍາ​ສາມັນ​ຫຼື​ເວົ້າວ່າ​ສິລະ​ປະ​ສາມັນ​​ຈະ​ເລີນຂຶ້ນ​ກັບວັດທະນະທຳ​ທີ່​ນິຍົມ​ກັນຫຼາຍ. ​ໃນຕົ້ນຊຸມ​ປີ 1990, ຈີນ​ເລີ່​ມມີ​ອຸດສາຫະກຳ​ວັດທະນະທຳ, ​ເວລາ​ນັ້ນ, ຂ້າພະ​ເຈົ້າກໍ​ໄດ້​ເຂົ້າຮ່ວມ​ການ​ຄົ້ນຄວ້າ​ວັດທະນະ​ທຳສາມັນ​ເບື້ອງ​ຕົ້ນ. ຈົນ​ຮອດ​ມື້​ນີ້, ຂ້າພ​ະ​ເຈົ້າ​ເອົາ​ໃຈ​ໃສ່​ອຸດສາຫະກຳ​ປະດິດ​ຄຶດ​ແຕ່ງ​ວັດທະນະທຳ, ສະ​ເໜີ​ອຸດສາຫະກຳ​ວັດທະນະທຳ​ປະດິດ​ຄຶດ​ແຕ່ງໃຫ້​ຈີນ, ກໍ​ແມ່ນ​ເລີ່​ມ​ແຕ່​ອຸດສາຫະກຳ​ວັດທະນະທຳ."

ປີ 2000, ມະຫາ​ວີ​ທະຍາ​ໄລ​ປະຊາຊົນ​ຈີນ​ໄດ້​ສ້າງ​ສູນ​ຄົ້ນຄວ້າ​ໂອ​ລິ​ມປິກ​ມະນຸດ​ສາດ. ທ່ານ​ຈິ່ນຢວນພູ​ເປັນ​ຫົວໜ້າ​ປະຕິບັດ​ງານ. ທ່ານ​ເຫັນວ່າ, ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ແຂ່ງຂັນ​ທີ່​ປະຈັກ​ຕາ​ທົ່ວ​ໂລກ, ຄວາມ​ໝາຍ​ຂອງ​ມັນ​ບໍ່​ຈຳກັດ​ແຕ່​​ເປັນ​ກິລາ​ແລ້ວ. ສະນັ້ນ, ທ່ານ​ໄດ້​ສະ​ເໜີ​​ແນວ​ຄວາມ​ຄຶດ​ທີ່​ວ່າ:"​ໂລກ​ໃຫ້​ຂ້ອຍ 16 ມື້, ຂ້ອຍ​ສົ່ງ​ຄືນ​ໃຫ້​ໂລກ 5 ພັນ​ປີ", ຫວັງ​ໃຫ້ນະຄອນ​ປັກ​ກິ່ງກຳ​ໂອກາດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ, ຊຸກ​ຍູ້​ການ​ສ້າງສາ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ວັດທະນະທຳ​ແລະ​ສັງຄົມ​ເປັນຕົ້ນ. ທ່ານ​ຈິ່ນຢວນພູ​ເວົ້າວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ໄດ້​ນຳ​ເອົາ​ໂອກາດ​ໜຶ່ງ​ມາ​ໃຫ້​ພວກ​ເຮົາ, ​ແລະນຳ​ມາ​ໃຫ້​ປັກ​ກິ່ງ, ພວກ​ເຮົາ​ເອີ້ນ​ວ່າ"​ໂລກ​ໃຫ້​ເຮົາ 16 ມື້, ​ເຮົາ​ສົ່ງ​ຄືນ​ໃຫ້​ໂລກ 5 ພັນ​ປີ", ​ຕົ້ນຕໍ​ຢາກ​ສະ​ແດງ​ວັດທະນະທຳ​ທີ່​ກວ້າງ​ເລິກ​ໄພສານ​ຂອງ​ຈີນ. ຜ່ານ​ງານ​ກິລາ​ໂອ​ລິ​ມປິກ​​ເທື່ອ​ນີ້​ມາສະ​ແດງປັກ​ກິ່ງ​ວັດທະນະທຳ ປັກ​ກິ່ງ​ປະດິດ​ຄຶດ​ແຕ່ງ, ​ລວມທັງ​​ໂສມໜ້າປັກ​ກິ່ງ​ໃໝ່. ພ້ອມ​ກັນນັ້ນ, ກໍ​ຊົມ​ເຊີຍ​ຄົນ​ຕ່າງປະ​ເທດ​ໃນ​ໂລກ​ມາ​ເຜີຍ​ແຜ່​ວັດທະນະທຳ​ຂອງ​ພວກ​ເຂົາ​ເຈົ້າ, ​ແລກປ່ຽນ​ເຊິ່ງກັນ​ແລະ​ກັນ, ນຳ​ເອົາ​ຈິດ​ໃຈ​ວັດທະນະທຳ​ຂອງ​ພວກ​ເຂົາ​ເຈົ້າມາ, ນຳ​ເອົາ​ຮີດຄອງ​ປະ​ເພນີ​ຂອງ​ເຂົາ​ເຈົ້າມາ, ​ນຳ​ເອົາ​ສິລະ​ປະ​​ແລະ​ໂສມ​ໜ້າ​ຈິດ​ໃຈ​ຂອງ​ພວກ​ເຂົາ​ເຈົ້າມາ. ​ເວົ້າ​ໃນ​ດ້ານ​ນີ້​ແລ້ວ, ຂ້າພະ​ເຈົ້າ​ເຫັນ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ໂອກາດດີກ​ວ່າ​ໝູ່​ທີ່​ສະ​ແດງ​ວັດທະນະທຳ, ​ແມ່ນ​ສະຖານ​ທີ່​ແລກປ່ຽນ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ເຊິ່ງກັນ​ແລະ​ກັນ."

​ແນວ​ຄວາມ​ຄຶດ​ຂອງ​ທ່ານ​ຈິ່ນຢວນພູ​ໄດ້​ຮັບ​ຄວາມ​ເອົາ​ໃຈ​​ໃສ່​ຈາກ​ອົງການ​ປົກຄອງ​ປັກ​ກິ່ງ, ຂໍ້​ສະ​ເໜີຫຼາຍຂໍ້​ຂອງ​ທ່ານ​ກໍ​ໄດ້​ຖືກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ປົກຄອງ​ຮັບ​ເອົາ, ນີ້​ເຮັດ​ໃຫ້​ທ່ານ​ຈິ່ນຢວນພູ​ດີ​ໃຈຫຼາຍ.

​ແຕ່​ປີ 2003 ​ເປັນຕົ້ນມາ, ອົງການ​ຂອງ​ທ່ານ​ຈິ່ນຢວນພູ​ໄດ້​ຈັດ​ເວທີ​ປຶກສາ​ຫາລື​​ໂອ​ລິ​ມປິກສາກົນ 4 ປີ​ລຽນຕິດ, ​ໄດ້​ເຊີນ​ນັກປາດ​ແລະ​ຜູ້​ຊ່ຽວຊານ​ຂອງ​ຈີນ​ແລະ​ຕ່າງປະ​ເທດສະ​ເໜີ​ຂໍ້​ສະ​ເໜີ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008. ທ່ານ​ຈິ່ນຢວນພູ​ເຫັນ​ວ່າ, ນີ້​ກໍ​ແມ່ນ​ໂອກາດ​ດີ​ທີ່​ສະ​ແດງ​ເນື້ອ​ໃນ​ວັດທະນະທຳ​ອັນ​ເລິກ​ເຊິ່ງຂອງຈີນ, ​ແລະ​ຖອດ​ຖອນ​ວັດທະນະທຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ​ແຕ່​ທ່ານ​ຍັງ​ເຫັນວ່າ​ບໍ່ພໍ, ທ່ານ​ຍັງ​ຢາກ​​ໃຫ້​ເຜີຍ​ແຜ່​ຄວາມ​ຮູ້​ແລະ​ທັດສະນະ​ຄະຕິ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ກ່ຽວຂ້ອງ​ໃນ​ສາທາ​ລະນະ​ຊົນ. ສະນັ້ນ, ທ່ານ​ຕັ້ງໜ້າ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ສາທາລະນະ​ປະ​ໂຫຍ​ດຈຳນວນ​ໜຶ່ງ, ຮ່ວມ​ມື​ກັບວິ​ສາ​ຫະກິດ ອົງການ​​ລັດຖະບານ ​ແລະ​ມະຫາວິທະຍາ​ໄລ, ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ ອົບຮົມ​ຜູ້​ອາສາ​ສະໝັກ​ຂອງ​ງານ​ໂອ​ລິ​ມປິກ, ​ເຜີຍ​ແຜ່​ຈິດ​ໃຈ​ໂອ​ລິ​ມປິກ​ແລະ​ອົບຮົມ​ສະຕິ​ຂອງ​ສາມັນ​ຊົນ​ເປັນຕົ້ນ, ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ມະ​ນຸດ​ສາດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

​ໃນ​ຖານ​ະ​ເປັນ​ນັກປາດ​ທີ່​ຄົ້ນຄວ້າອຸດສາຫະກຳ​ວັດທະນທຳ​ຈີນ​ເປັນ​ເວລາ​ຍາວ​ນານ, ​ໃນຫຼາຍປີ​ມາ​ນີ້, ລັດຖະບານ​ຈີນ​ອອກ​ແຮງ​ອຸ້ມ​ຊູ​ອຸດສາຫະກຳ​ວັດທະນະທຳ​ຈີນ, ອຸດສາຫະກຳ​ວັດທະນະທຳ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ, ນີ້​ໄດ້​ເຣັດ​ໃຫ້​ທ່ານ​ຈິ່ນຢວນພູ​ສະ​ດຸ້ງ​ໃຈຫຼາຍ. ທ່ານ​ເວົ້າວ່າ, ທ່ານ​ເອງ​ດີ​ໃຈ​ທີ່​ໄດ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ການ​ພັດທະນາ​ດັ່ງກ່າວ. ພ້ອມ​ກັນນັ້ນ, ທັດສະນະ​ຄະຕິ​​ແລະ​ຄວາມ​ເຄັ່ງ​ຄັດ​ຂອງ​ນັກປາດ​ກໍ​ໄດ້​ເຮັດ​ໃຫ້​ທ່ານ​ໄດ້​ເຫັນ​ບັນຫາ​ຈຳນວນ​ໜຶ່ງ. ທ່ານ​ໄດ້​ຮຽກຮ້ອງ​ຢ່າງ​ເປີດ​ເຜີຍຫຼາຍ​ເທື່ອ​ວ່າ, ຫວັງ​ໃຫ້​ອົງການ​ປົກຄອງ​ລັດຖະບານ​ຮັກສາ​ການ​ຄາດ​ຄະ​ເນ​ຢ່າງ​ຊັດ​ເຈນ​ແລະ​ການ​ຕັດ​ສິນ​ໃຈ​ຕາມຫຼັກວິທະຍາສາດ​ຕໍ່​ອຸດສາຫະກຳ​ວັດທະນະທຳ​ທີ່​ພັດທະນາ​ຢ່າງ​ວ່ອງ​ໄວ, ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ພັດທະນາ​ອຸດສາຫະກຳ​ວັດທະນທຳ​ກໍ​ຕ້ອງ​ອິງ​ຕາມ​ສະພາບ​ຕົວ​ຈິງ, ບໍ່​ໃຫ້​ເຮັດ​ຢ່າງຫຼັບຫູຫຼັບຕາ. ທ່ານ​ເວົ້າວ່າ:

​"ເຖິງ​ວ່າອຸດ​ສາ​ຫະກຳ​ປະດິດ​ຄຶດ​ແຕ່ງ​ວັດທະນະທຳ​ຖືກ​ນິຍົມ​ກັນຫຼາຍຢູ່​ຈີນ, ​ແຕ່​ຍັງ​ຄວນ​ເຫັນ​ວ່າ, ປະ​ເທດ​ເຮົາ​ຍັງ​ແມ່ນ​ປະ​ເທດ​ທີ່​ຖື​ຂະ​ແໜງ​ການ​ກໍ່ສ້າງ​ເຫັນຫຼັກ, ​ເອົາ​ອຸດສາຫະກຳ​ທີ​ສອງ​ເປັນຫຼັກ. ພວກ​ເຮົາ​ຕ້ອງ​ເຫັນ​ທ່ວງທ່າ​ພື້ນຖານ​ດັ່ງກ່າວ​ນີ້, ສະນັ້ນ, ຫຼາຍທ້ອງ​ຖິ່ນ​ຍັງ​ຕ້ອງ​ເຮັດ​ວຽກ​ອຸດສາຫະກຳ​ທີ​ສອງ​ແລະ​ຂະ​ແໜງ​ການ​ກໍ່ສ້າງຢ່າງຫຼວງຫຼາຍ, ​ໃນ​ຂະ​ແໜງ​ການ​ບໍລິການ​ຂອງ​ອຸດສາຫະກຳ​ທີ​ສາມ, ການ​ພັດທະນາ​​ເຕັກນິກ​ສູງ​ປະສານ​ສົມທົບ​ກັບ​ຕີ​ຈີດ​ອນ, ຕ້ອງ​ອິງ​ຕາມ​ສະພາບ​ລະອຽດ​ຂອງ​ເຂດ​ຕ່າງໆ​ແລະ​ເມືອງ​ຕ່າງໆ, ​ເລືອກ​​ເອົາ​ຈຸດ​ເໝາະ​ສົມ, ນີ້​ຈຶ່ງ​ແມ່ນ​ສະຖາ​ນະ​ການ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ການ​ພັດທະນາ​ອຸດສາຫະກຳ​ການ​ປະດິດຄຶດ​ແຕ່ງ​ວັດທະນະທຳ​ຂອງ​ພວ​ກ​ເຮົາ."

ທ່ານ​ຈິ່ນຢວນພູ​ເວົ້າວ່າ, ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ແລະ​ການ​ປະດິດ​ຄຶດ​ແຕ່ງ​ຂອງ​ຈີນ​ຍັງ​ປະ​ເຊີນ​ການຈຳ​ກັດ​ເຊັ່ນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ​ກົນ​ໄກ​ສົມທົບ​ກັນ​ຕ່າງໆ. ​ເຖິງ​ວ່າ ມາດຕາ​ສ່ວນ​ຂອງ​ອຸດສາຫະກຳ​ວັດທະນະທຳ​ກວມ​ເສດຖະກິດ​ແຫ່ງ​ຊາດ​​ເຕີບ​ໂຕອ່າວ​ໄວ, ​ແຕ່​ຍັງ​ໂຕນ​ກັນຫຼາຍກັບປະ​ເທດ​ພັດທະນາ. ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ນີ້​ເວົ້າ​ສຳລັບ​ປັກ​ກິ່ງ​ແລະ​ອຸດສາຫະກຳ​ວັດທະນະທຳ​ຂອງ​ຈີນ​ແລ້ວ, ​ແມ່ນ​ໂອກາດ​ທີ່​ດີຫຼາຍ.

ຕາມ​ປົກກະຕິ​ແລ້ວ, ທ່ານ​ຈິ່ນຢວນພູຂຸ້ນ​ນຳວຽກຫຼາຍ, ຖ້າ​ມີ​ເວລາຫວ່າງ, ທ່ານ​ກໍ​ຢາກ​ອ່ານ​ຂ່າວ​ຢູ່​ອິນ​ເຕີ​ເນັດ, ຂຽນ​​ບຼອກ. ທ່ານ​ໄດ້​ຂຽນ​ຄວາມ​ເຂົ້າ​ໃຈ​ຕໍ່​ສຸນທອນ​ວິທະຍາ​ສາມັນ​ໃນ​ບຼອກຂອງ​ທ່ານ, ຊອກ​ຄົ້ນຫົວ​ຂໍ້​ຕ່າງໆ​ກ່ຽວ​ກັບ​ແຟຊັນ​ແລະ​ສິລະ​ປະ​ສາຍຕາ​ກັບ​ໝູ່​ເນັດ​ຕ່າງໆ, ​ໃນ​ເວລາ​ນີ້, ຜູ້​ຮູ້ຈັກ​ເພິ່ນ​ຈຶ່ງ​ຈື່​ໄດ້​ວ່າ, ທ່ານ​ເຄີຍ​ແມ່ນ​ສາ​ສະ​ດາ​ຈານ​ສຸນທອນ​ວິ​ທະຍາ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ໄດ້​ສະ​ເໜີ​ທ່ານ​ຈິ່ນຢວນພູ ນັກຄົ້ນຄວ້າອຸດສາຫະກຳ​ວັດທະນະທຳ​ຈີນ. ລາຍການ​ວັດທະນະທຳ​ພາກ​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້, ສະບາຍດີ.