ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-08 20:34:13    
ຈີນ​ຫວັງ​ໃຫ້​ປະ​ເທດ​ຕ່າງໆ​ເຮັດ​ວຽກ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ອາ​ຟິຼກ​ກາ

cri
ຕາມ​ຂ່າວ​CRI,​ວັນ​ທີ​8​ກຸມ​ພາ​ນີ້,​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ນາງ​ຈ່ຽງ​ອີ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຫວັງ​ວ່າ​ປະ​ເທດ​ຕ່າງໆ​ຈົ່ງ​ເຮັດ​ວຽກ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຟິຼກ​ກາ

ອາ​ເມ​ລິ​ກາ​ໄດ້​ອະນຸມັດ​ແຜນການ​ຂອງ​ຝ່າຍ​ທະ​ຫານ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກອງ​ບັນ​ຊາ​ການ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ອາ​ຟິຼກ​ກາ​ໂດຍ​ສະ​ເພາະ,​ມີ​ຂ່າວ​ແຈ້ງ​ວ່າ,​ນີ້​ແມ່ນ​ເພື່ອ​ຮັບ​ມື​ກັບ​ອິດ​ທິ​ພົນ​ຂອງ​ຈີນ​ທີ່​ມີ​ຢູ່​ແຜ່ນ​ດິນ​ໃຫຍ່​ອາ​ຟິຼກ​ກາ.

ກ່ຽວ​ກັບ​ເລື່ອງນີ້,ນາງ​ຈ່ຽງອີ​ວິຈາ​ນວ່າ:ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ການ​ລາຍ​ງານ​ຂ່າວ​ທີ່​ກ່ຽວ​ຂ້ອງ​ແລ້ວ,ການ​ປົກ​ປັກ​ຮັກສາ​ແລະ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຍາວ​ນານ​ຂອງ​ອາ​ຟິຼກ​ກາ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຂອງ​ພາກ​ພື້ນ​ດັ່ງ​ກ່າວ.​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະ​ຊາ​ຊົນ​ອາ​ຟິຼກ​ກາ​ມີ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ຢ່າງ​ເລິກ​ເຊິ່ງ,​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຟິຼກ​ກາ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ອາ​ຟິຼກ​ກາ​ມີ​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ, ​ກໍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ແລະ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ອາ​ຟິຼກ​ກາ​ພ້ອມ​ດ້ວຍ​ປະ​ຊາ​ຊົນ​ທັງ​ຫຼາຍ.