ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-09 14:56:05    
ຝ່າຍ​ຕ່າງໆ​ຂອງ​ກອງ​ປະ​ຊຸມ​ໄລ​ຍະ​ທີ 3 ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ຮອບ 5 ​ສະ​ເໜີ​ເຈດ​ຈຳ​ນົງ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 8 ກຸມພາ​ນີ້, ທ່ານ​ຊິນ​ກາງ ​ໂຄສົກ​ຄະນະ​ຜູ້​ແທນ​ຈີນ​ທີ່ເຂົ້າ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳ​ອິດ​ຂອງ​ກອງ​ປະຊຸມ​ໄລຍະ​ທີ 3 ຂອງ​ການ​ເຈລະຈາ 6 ຝ່າຍ​ຮອບ 5 ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ຝ່າຍ​ຕ່າ​ງໆ​ໄດ້​ແລ​ກປ່ຽນ​ຄວາມ​ເຫັນ​ແລະສະ​ເໜີ​ເຈດ​ຈຳນົງ​ທີ່​ມີ​ລັກສະນະ​ສ້າງສັນ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼງການ​ຮ່ວມ​ທີ່​ຕົກລົງ​ກັນ​ໃນ​ການ​ເຈ​ລະ​ຈາ​ຮອບ 4 , ​ໂດຍ​ສະ​ເພາະ​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​​ໄລຍະ​ເລີ່ມຕົ້ນ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳ​ອິດ, ທ່ານ​ຊິນ​ກາງ​ເວົ້າ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ນີ້​ແມ່ນ​ເວົ້າ​ຢ່າງກົງ​ໄປ​ກົງ​ມາ​ແລະ​ຕິດ​ແທດ​ຕົວ​ຈິງ.

​ໃນ​ເວລາ​ປະກອບ​ຄຳຄິດ​ຄຳເຫັນ, ຫົວໜ້າ​ຄະນະ​ຜູ້​ແທນ​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ໄດ້​ກ່າວ​ຢ້ຳ​ຄວາມ​ຕັ້ງ​ໃຈ​ແລະ​ການ​ຕັດສິນ​ໃຈທີ່ຈະ​ຍຶດໝັ້ນ​ຈັດ​ການ​ເຈ​ລະ​ຈາ 6 ຝ່າຍ, ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີດ້ວຍ​ການ​ສົນທະນາ​ແລະ​ສັນຕິ​ວິທີ, ​ແລະ​ເຮັດໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ, ​ພ້ອມນັ້ນ​ກໍ່​ກ່າວ​ວ່າ, ຈະ​​ເຈລະຈາ​ດ້ວຍ​ທ່າ​ທີ​ຕັ້ງ​ໜ້າ​ແລະ​ຈິງ​ຈັງ.

ທ່ານ​ຊິນ​ກາງ​ເວົ້າວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ຖະໜອມ​ໂອກາດ​ປະ​ຊຸມ​ເທື່ອ​ນີ້, ​ບັນລຸ​ຄວາມ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​​ເຄື່ອນ​ໄຫວ​ໃນ​ໄລຍະ​ເລີ່​ມຕົ້ນ​ແລະ​ກົນ​ໄກ​ທີ່​ກ່ຽວ​ຂ້ອງ. ທ່ານ​ເວົ້າ​ວ່າ,

ກາ​ນບັນລຸ​ການ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫຼີ​ແມ່ນ​ຂະ​ບວນ​ການ​ທີ່​ສັບສົນ​​ແລະ​ຍາວ​ນານ​, ພວກ​ເຮົາ​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ, ​ພ້ອມ​ກັນ​ນັ້ນ, ຍັງ​ຕ້ອງ​ຮັກສາ​ຄວາມ​ອົດ​ທົນ, ຊຸກ​ຍູ້​ໃຫ້​ກ້າ​ວ​ໄປ​ໜ້າ​ເປັນ​ກ້າວໆ​ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ຕິດ​ແທດ​ຕົວ​ຈິງ.

ທ່ານ​ຊິນ​ກາງ​ຍັງ​ກ່າວ​ວ່າ,​ເວລາ​ປະຊຸມ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ຈະ​ໃຫ້ 6 ຝ່າຍ​ພ້ອມ​ກັນ​ປຶກສາ​ຫາລື​ກັນ​ແລ້ວ​ຕົກລົງຕາມ​ສະພາບ​ການ​ເຈລະຈາ.