ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-14 19:22:57    
ທ່ານ​ອິສ​ເມ​ວ ຮາ​ນີ​ເຢ​ຕົກ​ລົງ​ເລື່ອນ​ເວລາ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ລັດ​ຖະ​ບານ​ຮາ​ມັສ

cri Author: CAI
ຕາມ​ຂ່າວCRI:ວັນ​ທີ 13 ກຸມພາ​ນີ້,ທ່ານ​ອິສ​ເມ​ວ ຮາ​ນີ​ເຢ ນາຍົກລັດ​ຖະມົນຕີ​ລັດຖະບານ​ປົກຄອງ​ຕົນ​ເອງ ຜູ້ນຳ​ອົງການ​ຮາ​ມັສ​ປາ​ເລັສຕີນ​ປະກາດ​ວ່າ,ລັດຖະບານ​ທີ່​ນຳ​ໂດຍ​ທ່ານ​ເອງຈະ​ເລື່ອນ​ເວລາ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ຕາມ​ໜັງ​ສື​ພິມ"ຮາອາ​​ເລັສ"ຂອງ​ອິສຣາ​ແອນ​ແຈ້ງ​ຂ່າວ​ວ່າ,ທ່ານ​ຮາ​ນີ​ເຢ​ແມ່ນ​ໃຫ້​ທັດສະນະ​ດັ່ງ​ກ່າວ​ໃນ​ເວລາ​ພົບ​ປະ​ກັບຜູ້​ແທນ​ຂອງ​ພັກ​ຝ່າຍ​ອື່ນ​ຈຳນວນ​ໜຶ່ງ​ຂອງປາ​ເລັສຕີນ​ຢູ່​​ເຂດກາຊາ​ໃນ​ວັນ​ທີ 13 ກຸມພາ​ນີ້.ທ່ານ​ເວົ້າ​ວ່າ,ປະ​ຈຸ​ບັນ,​ໂອກາດ​ການ​ກ່າວບັນຫາ​ລັດຖະບານ​ຮາ​ມັສລາ​ອອກ​ຈາກ​ຕຳ​ແໜ່ງນັ້ນ​ຍັງ​ບໍ່​ທັນສຸກ​ງອມ​ເທື່ອ.​ແຕ່​ວ່າ,ທ່ານ​ຮາ​ນີ​ເຢບໍ່​ໄດ້​ກ່າວ​ເຖິງ​ສາເຫດ​ທີ່​ທ່ານ​ຕົກລົງ​ເລື່ອນ​ເວລາ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ຕາມ​ແຜນການ​​ເດີມ,ລັດຖະບານ​ຮາ​ມັສທີ່​ນຳ​ໂດຍ​ທ່ານ​ຮາ​ນີ​ເຢຈະລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ສອງ​ສາມ​ມື້​ມໍ່ໆ​ນີ້,​ເພື່ອ​ທຳ​ການ​ກະກຽມ​​ໃຫ້​ແກ່​ການ​ປະກອບລັດຖະບານ​ປະສົມ​ແຫ່ງ​ຊາດ.