ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-14 19:30:58    
ທ່ານ​ລີ​ວຊີ​ເວົ້າ​ວ່າ ຕ້ອງ​​ເຮັດ​ສຳ​ເລັດ​ວຽກ​ງານ​ກຽມ​ງານ​ກິ​ລາ​ໂອ​ລິ​ມປິກ​ຢ່າງ​ໄດ້​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 13 ກຸມພາ​ນີ້,ທ່ານ​ລີ​ວຊີ ປະທານ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາໂອ​ລິ​ມປິກປັກ​ກິ່ງ​ກ່າວວ່າ,ປີ​ນີ້,ຄະນະ​ກຳມະການ​ຈັດ​ຕັ້ງ​ງານກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ຊຸກຍູ້​ວຽກ​ງານ​ກຽມ​ງານກິລາ​ໂອ​ລິ​ມປິກ​ໃຫ້​ສຳ​ເລັດ​ຜົນ​ຢ່າງ​ຮອບດ້ານໂດຍ​ພື້ນຖານ​,​ເພື່ອ​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການຈັດ​ງານ​ກິລາໂອ​ລິ​ມປິກ​ປີ 2008 ​ໃຫ້​ສຳ​ເລັດ​ຜົນ.

ວັນ​ທີ 13 ກຸມພາ​ນີ້,ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ທ່ານ​ລີ​ວຊີ​​ກ່າວ​ວ່າ,ປີ 2007,ຈະ​​ເຮັດສຳ​ເລັດ​ການ​ກໍ່ສ້າງ​ສະໜາມ​ກິລາແລະ​ຫໍ​ກິລາ​ງານກິລາ​ໂອ​ລິ​ມປິກ​ແລະ​ສິ່ງ​ກໍ່ສ້າງ​ທີ່​ກ່ຽວຂ້ອງ​​ໂດຍ​ພື້ນຖານ,​ເພື່ອຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ການ​ຈັດການ​ແຂ່ງຂັນ​ກິລາ​ສາກົນ​ທີ່​ກ່ຽວຂ້ອງ;​ເຮັດສຳ​ເລັດ​ໜ້າ​ທີ່​ຕົ້ນຕໍ​ຄືກຽມພິທີ​ຂະໜາດ​ໃຫຍ່ ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ແລະ​ການ​ບໍລິການງານ​ກິລາໂດຍ​ພື້ນຖານ;ສ້າງ​ລະບົບ​ການ​ເຮັດ​ວຽກ ການ​ຄຸ້ມ​ຄອງ ການບໍລິການ ການ​ຮັບປະກັນ​ແລະ​ການ​ຮັບ​ມື​ກັບ​ກໍລະນີ​ສຸກ​​ເສີນ​ຂອງ​ນະ​ຄອນ​ປັກ​ກິ່ງໃຫ້​ສຳ​ເລັດ​ໂດຍ​ພື້ນຖານ,ສ້າງສະພາບແວດ​ລ້ອມ​ທີ່​ປອດ​ໄພ ສະ​ອາດ​ແລະ​ສວຍ​ງາມ​ໃຫ້​ແກ່​ງານກິລາ​ໂອ​ລິ​ມປິກ.