ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-15 18:14:44    
ເມື່ອ​ຮອດ​ປີ 2010 ຈີນ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ປະ​ຊາ​ຊົນ​ທີ່​ຫຼິ້ນ​ກິລາ​ໃຫ້​ເພີ່ມ​ຂຶ້ນ​ຮອດ 40%

cri Author: cai
ຕາມ​ຂ່າວສານ​ຊີນ​ຮວາ:ວັນ​ທີ 14 ກຸມ​ພາ​ນີ້,​ໃນ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວທີ່​ຈັດ​ຂຶ້ນ​ຢູ່​ສູນ​ຖະ​ແຫຼ​ງຂ່າວ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ທ່ານ​ສູ້​ຊ່ວນ ຮອງ​ຫົວໜ້າ​ກົມ​ກິລາ​ມວນ​ຊົນ​ຂອງ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,​ເມື່ອ​ຮອດ​ປີ 2010,ຈີນຈະ​ພະຍາຍາມ​ເຮັດ​ໃຫ້​ຜູ້​ທີ່​ຫຼິ້ນກິລາກວມ​ປະຊາກອນ​ທົ່ວ​ປະ​​ເທດ 40%.

ທ່ານ​ເວົ້າ​ວ່າ,ຈຳນວນ​ປະຊາ​ຊົນ​ທີ່​ຫຼິ້ນກິລາ​ແມ່ນ​ຕົວ​ເລກ​ຄາດໝາຍ​ສຳຄັນ​ທີ່​ປະ​ເມີນການ​ຫັດກາຍຂອງ​ປະ​ຊາ​ຊົນ​ປະ​ເທດ​ໃດ​ໜຶ່ງ.ຕາມ​ສະ​ຖິຕິ​ທີ່ບໍ່​ຄົບ​ຖ້ວນ,ປະຈຸ​ບັນ,ຄົນ​ຈີນ​ທີ່​ຫຼິ້ນ​ກິລາໄດ້​ກວມ​ປະຊາ​ກອນ​ທົ່ວ​ປະ​ເທດ 37%,​ແຕ່​ທຽບ​ໃສ່​ປະ​​ເທດ​ທີ່ພັດ​ທະນາ​ແລ້ວ,ຍັງມີ​ຄວາມ​ຜິດ​ໂຕນ​ກັນ​ຫຼາຍ.ທ່ານ​ເວົ້າ​ວ່າ,ປະຈຸ​ບັນ,ຈີນ​ໄດ້​ສ້າງ​ຖັນ​​ແຖວ​ຜູ້​ຊີ້​ນຳການ​ຫຼິ້ນ​ກິລາ​​ໃນສັງ​ຄົມ,ພາຍ​ຫຼັງເຂົາ​ເຈົ້າ​ໄດ້​ຮັບ​ການ​ອົບຮົມ​ວິຊາ​ການ​ແລ້ວ,ຈຶ່ງ​ເຜີຍ​ແຜ່​ຄວາມ​ຮູ້​ຫັດກາຍໃນ​ມວນ​ຊົນ​ອັນ​ໄພສານ.ນອກ​ນີ້,ພາກສ່ວນກິລາ​ລະດັບ​ຊາດ​ແລະ​ທ້ອງ​ຖິ່ນ​ໄດ້​ຕັ້ງໜ້າ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງສະຖານ​ທີ່​ຫັດກາຍ​ໃຫ້ປະຊາຊົນ,​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ນັບ​ມື້​ນັບ​ຫຼາຍເຂົ້າ​ຮ່ວມ​ການ​ຫັດ​ກາຍ.