ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-16 18:34:18    
ຕາ​ແສງ​ຂອງ​ຈີນ​ມີ 96% ​ບັນ​ລຸ​ສອງ​ເປົ້າ​ໝາຍ

cri Author: cai
ຕາມ​ຂ່າວ​ຈາກ​ໜັງ​ສື​ພິມ"​ເຢີ​ນມີນຢື້​ປ້າວ":ປີ​ກາຍ,ຈີນ​ມີ​ອີກ 83 ຕາ​ແສງ​ໄດ້​ບັນລຸ​ສອງ​ເປົ້າ​ໝາຍ​ຄື:ການ​ເຜີຍ​ແຜ່​ການ​ສຶກ​ສາ​ພາກ​ບັງຄັບ 9 ປີ​ໃຫ້​ທົ່ວ​ເຖິງ​ໂດຍ​ພື້ນ​ຖານ,ລົບ​ລ້າງ​ຄວາມ​ກືກ​ໜັງສື​​ຂອງ​ໄວ​ໜຸ່ມ​ແລະ​ໄວ​ກາງ​ໂດຍ​ພື້ນຖານ.ນັບ​ມາ​ຮອດ​ປະຈຸ​ບັນ,ຈີນ​ໄດ້​ມີ​ຕາ​ແສງ 96% ບັນລຸສອງ​ເປົ້າ​ໝາຍແລ້ວ.

ນີ້​ແມ່ນ​ກະຊວງສຶກສາທິການ​ຈີນ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 15 ກຸມພາ​ນີ້.

ກະຊວງ​ສຶກສາ​ທິການ​ຈີນ​ສະ​ເໜີ​ໃຫ້​ຮູ້​ວ່າ,ປີ​ກາຍ,ຈີນ​ໄດ້​ຍົກ​ເລີກ​ຄ່າ​ຮຽນຄ່າ​ສາລະພັດ​ແລະ​ຄ່າ​ປື້​ມຮຽນ​ໃນ​ໄລຍະ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢູ່​ຊົນ​ນະບົດ​ທີ່​ທຸກ​ຍາກ,​ເບີກ​ເງິນ​​ເກື້ອກູນ​ໃຫ້​ແກ່​ນັກຮຽນ​ນອນ​ໂຮງຮຽນ​ທີ່​ຄອບຄົວ​ທຸກ​ຍາກ,​ໄດ້​ຫຼຸດ​ຜ່ອນ​ພາລະ​ຂອງ​ຊາວ​ກະສິ​ກອນທີ່​ມີລູກ​ເຂົ້າ​ໂຮງ​ຮຽນ,​ໄດ້​ຍົກ​ອັດ​ຕາ​ເຂົ້າຮຽນ​ຂອງ​ເດັກ​ທີ່​ໄວ​ຮຽນ​ຢູ່ຊົນ​ນະ​ບົດ​ໃຫ້​ສູງ​ຂຶ້ນ,ລະດັບ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັ​ບໃຫ້​ທົ່ວ​ເຖິງຢູ່​ເຂດ​ທຸກ​ຍາກ​​ໄດ້ສູງ​ຂຶ້ນອ່າວ​ຫຼາຍ.