ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-18 18:56:25    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ອວຍ​ພອນ​ບຸນ​ກຸດ​ຈີນ​ຕໍ່​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ມາ​ເລ​ເຊຍ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ18​ກຸມພາ,​ຢູ່​ກົວ​ລາ​ລຳ​ເປີ,​ໃນ​ເວລາ​ເຂົ້າຮ່ວມ​ງານ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທີ່​ຈັດ​ຂຶ້ນ​ໂດຍ​ສະມາຄົມ​ຊາວ​ຈີນ​ມາ​​ເລ​ເຊຍ ​ເຊິ່ງ​ເປັນ​ພັກ​ການ​ເມືອງ​ຊາວ​ຈີນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ມາ​ເລ​ເຊຍ,ທ່ານ​ອາບ​ດູ​ນລາ ຮາ​ຈີ ອາມາດ ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ອວຍ​ພອນ​ບຸນ​ກຸດ​ຈີນ​ຕໍ່​ຊາວ​ຈີ​ນຢູ່​ມາ​ເລ​ເຊຍ.

ກ່ອນ​ໜ້າ​ນີ້,ທ່າ​ນ​ບາ​ດາ​ວີ​ຍັງ​ໄດ້ກ່າວຄຳອວຍພອນ​ບຸນ​ກຸດ​ຈີນຕໍ່ສື່​ມວນ​ຊົນ.ຄຳ​ອວຍພອນ​ຂຽນ​ວ່າ,ປະຊາຊົນມາ​ເລ​ເຊຍ​ໄດ້​ຕ້ອນ​ຮັບ​ບຸນປີ​ໃໝ່​ຈັນທະຄະຕິ​ປີ2007​ຢູ່​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ສະຫງົບ​ສຸກ ​ໄມຕີຈິດ​ແລະ​ມ່ວນ​ຊື່ນ,ທ່ານ​ອວຍພອນ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ມາ​ເລ​ເຊຍ​ໝົດ​ທຸກ​ຄົນ​ມີ​ຄວາມ​​ເບີກບານ​ມ່ວນ​ຊື່ນ​ໃນ​ຍາມບຸນ​ກຸດ​ຈີນ.