ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-18 18:59:47    
ປີ​2006,​ປະ​ລິ​ມານ​ການ​ຜະ​ລິດ​ຄຳ​ຂອງ​ຈີນ​ບັນ​ລຸ​240​ໂຕນ

cri Author: shuo
ຕາມ​ຂ່າວCRI:ບົດ​ລາຍ​ງານ​ທີ່​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນປະ ກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ2006,ປະລິ​ມານ​ການ​ຜະລິດ​ຄຳ​ຂອງ​ຈີນ​ມີ 240,08​ໂຕນ,​ຫຼາຍກວ່າ​ປີ2005 7%,​ໄດ້​ສ້າງ​ລະດັບ​ສູງ​ກວ່າ​ໝູ່​ໃນ​ປະຫວັດສາດ.

ລາຄາ​ຄຳ​ສາກົນ​ຖີບ​ສູງ​ຂຶ້ນຢ່າງ​ຫຼວງຫຼາຍ​ເຮັດ​ໃຫ້​ປະສິດທິ​ຜົນ​ຂອງອຸດສາຫະກຳ​ຄຳ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫຼວງຫຼາຍ​.ບົດ​ລາຍ​ງານ​ສະ​ແດງ​​ໃຫ້​ເຫັນວ່າ,​ໃນ​ປີ2006,ກຳ​ໄລ​ຂອງ​ຂະ​ແໜງການ​ຄຳ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ60%.

ປີ​2007,ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຈະ​ວາງ​ນະ​ໂຍບາຍ​ອຸດສາ ຫະກຳ​ຄຳ​ແລະ​ແຜນການ​ພັດທະນາ​ອຸດສາຫະກຳ​ຄຳ​ໂດຍ​ຈຳ​ເພາະ,​ເພີ່​ມທະວີ​ການ​ດັດສົມ​ຄວບ​ຄຸມ​ຕໍ່​ອຸດສາ​ຫະກຳ​ຄຳ,ມີ​ແຜ​ນຈະ​ຜະລິດ​ຄຳ260​ໂຕນ​ຕໍ່​ປີ.