ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-19 20:37:46    
ທ່ານ​ເຈິ່ງ​ຊ້ຽນ​ຈື​ຍ້ອງ​ຍໍ​ແນວ​ຄິດ​"ປະ​ເທດ​ດຽວ​ສອງ​ລະ​ບອບ"​ທີ່​ສະ​ເໜີ​ໂດຍ​ທ່ານ​ເຕີ້ງ​ສຽວ​ພີງ​ໄດ້​ຮັບ​ປະ​ກັນ​ໃຫ້​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຢ່າງ​ສະ​ດວກ​ແລະ​ພັດ​ທະ​ນາ​ຕໍ່​ໄປ

cri Author: shuo
​ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19​ກຸມພາ​ແມ່ນ​ວັນ​ລະ​ລຶກທ່ານ​ເຕີ້ງສຽວ​ພີງ​ເຖິງ​​ແກ່​ກຳ​ຄົບ​ຮອບ​10​ປີ.​ໃນ​ເວ​ລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​ທ່ານ​ເຈິ່ງ​ຊ້ຽນ​ຈື ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ປະທານ​ສະພາ​ບໍລິຫານ​ຂອງ​ກຸ່ມ​ບໍລິສັດ​ໂກນລີ​​ເອິນ ​ໂຮນ​ດິງ ຈຳ​ກັດ​ຂອງ​ຮົງ​ກົງ​ກ່າວ​ວ່າ,​ບໍ່​ມີ​ທ່ານ​ເຕີ້ງສຽວ​ພີ​ງ,ກໍ​ບໍ່​ມີ​ຄວາມ​ກ້າວໜ້າ​ແລະ​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ຂອງ​ຈີນ​ໃນ​ຊູ່​ມື້​ນີ້,​ແລະກໍ​ບໍ່​ມີ​ຮົງ​ກົງຄື​ໃນ​ຊູ່​ມື້​ນີ້.

ທ່ານ​ເຈິ່ງຊຽນຈືກ່າວ​ວ່າ,ການສະ​ເໜີ​ແລະ​ປະຕິບັດ​ແນວ​ຄິດ"ປະ​ເທດ​ດຽວ​ສອງ​ລະບອບ",​ໄດ້​ຟື້ນ​ຟູ​ການ​ໃຊ້ອຳ​ນາດອະທິປະ​ໄຕ​ຂອງ​ຮົງ​ກົງ,ລົບ​ລ້າງ​ຄວາມ​ອັບປະຍົດ​ຂອງຊາດ, ພ້ອມ​ກັນນັ້ນຍັງ​ໄດ້​ຮັບປະກັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ຮົງ​ກົງ​,​ເຮັດ​ໃຫ້​ຮົງ​ກົງ​ສືບ​ຕໍ່​ເສີມຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງຊາດ.

ທ່ານ​ເຈິ່ງຊຽນຈື​ເວົ້າວ່າ,ທ່ານ​ເຕີ້ງສຽວ​ພີ​ງສະ​ເໜີ​ແນວ​ຄິດ​ອັນ​ຍິ່ງ​ໃຫຍ່ ຄື​"ປະ​ເທດ​ດຽວ​ສອງ​ລະບອບ"ດ້ວຍສະຕິ​ປັນຍາຄວາມ​ກ້າຫານຮອບ​ຮູ້​ແລະ​ບຸກຄະ​ລິກອັນ​ພົ້ນ​ເດັ່ນ​ຂອງ​ເພິ່ນ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ,ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​​ເນື້ອ​ແທ້​ຂອງຈິດ​ໃຈຂອງ​ເພິ່ນທີ່ຊອກ​ຫາ​ສັດຈະ​ຈາກ​ຄວາມ​ເປັນ​ຈິງ.​ເຊື່ອ​ວ່າ,ຄຽງ​ຄູ່​ກັບ​ກາລະເວລາ​ຜ່ານ​ໄປ,ປະຊາຊົນ​ຮົງ​ກົງ​ຈະ​ນັບ​ມື້​ນັບ​ຮູ້ສຶກ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ແນວ​ຄິດ"ປະ​ເທດ​ດຽວ​ສອງ​ລະບອບ".