ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-21 18:37:45    
ໃນ​ໄລ​ຍະ​ບຸນ​ກຸດ​ຈີນ,​ນັກ​ທ່ອງ​ທ່ຽວ​ທາງ​ສາຍ​ເດີນ​ເຮືອ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂ​ອງ​ໄດ້​ເພີ່ມ​ຂຶ້ນ

cri Author: shuo
ຕາມ​ຂ່າວCRI:​ແຕ່​ພັກ​ບຸນ​ກຸດ​ຈີນ​ມານີ້,ນັກ​ທ່ອງ​ທ່ຽວຈີນ​ທີ່ຂີ່​ກ່ຳ​ປັ່ນຕາມ​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ​ໄປ​ລາວ​ແລະ​ໄທ ​ພ້ອມ​ດ້ວຍ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ຢາກຂີ່​ກ່ຳ​ປັ່ນ​ຈາກ​ລາວ​ແລະ​ໄທມາ​ຈີນ​ນັ້ນໄດ້​ຫຼາຍຂຶ້ນ.

ຕາມ​ໜັງສືພິມ​ຊຸ່ນ​ເຊິ​ງຫວານ​ປ້າວ​ທີ່​ພິມ​ຈຳໜ່າຍ​ຢູ່​ພາ​ກ​ໃຕ້​ຂອງ​ຈີນ​ແຈ້ງ​ຂ່າວ​ວ່າ,​ບໍ​ລິ​ສັດ​ ການ​ຂົນ​ສົ່ງ​​ທ່ອງ​ທ່ຽວ​ທາງ​ນ້ຳ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳຂອງ​ກ່າວ​ວ່າ,​ແຕ່​ເລີ່ມ​ມີ​ກ່ຳ​ປັ່ນ ໂດຍ​ສານ​ທາງ​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂ​ອງ​ເປັນ​ປະ​ຈຳ​ໃນ​ເດືອນ​ກັນຍາ​ປີ2006​ເປັນ​ຕົ້ນ​ມາ,​ກ່ຳ​ປັ່ນ​ໂດຍ​ສານ​ການ​ທ່ອງ​ທ່ຽວ​ຂອງ​ບໍ​ລິ​ສັດ​ແຫ່ງ​ນີ້​ໄດ້​ເດີນ​ເຮືອ43​ຖ້ຽວ​ແລ້ວ,ລວມຂົນ​ສົ່ງ​ຜູ້​ໂດ​ຍສານ3​ພັນ​ກວ່າ​ຄົນ.​

ເມື່ອຮອດບຸນ​ກຸດ​ຈີນ,ນັກ​ທ່ອງ​ທ່ຽວຈີນທີ່ຈອງ​ປີ້ໄປທ່ຽວ​ຕ່າງ ປະ​ເທດ​ທາງ​ເຮືອແລະ​ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດ​ທີ່​ຈະມາທ່ຽວ​ຈີນ​ນັ້ນ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ.​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ເກົ່າ,ປະຈຸ​ບັນ​ນີ້,ບໍ​ລິ​ສັດ​ທ່ອງ​ທ່ຽວ​ໂດຍ​ທາງ​ນ້ຳ​ແຫ່ງ​ນີ້​ໄດ້​ເພີ່ມ​ຖ້ຽວ​ກ່ຳ​ປັ່ນ​ຂຶ້ນ​ອີກ.