ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-02-21 18:45:39    
ການ​ປະ​ຕິ​ບັດ​ການ​ຈັດ​ວາງ​CEPA​ສາມ​ປີ​ໄດ້​ຊຸກ​ຍູ້​ຢ່າງ​​​ແຂງ​ແຮງ​ໃຫ້​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ພັດ​ທະ​ນາ​ເປັນ​ຢ່າງ​ດີ​

cri Author: shuo
ຕາມ​ໜັງສືພິມ​ເຢິນມີນຢື້​ປ້າວ​ຂອງ​ຈີນ​ສະບັບ​ວັນ​ທີ21ກຸມພາ​ນີ້:​ແຕ່​ປະຕິບັດ​ການ​ຈັດ​ວາງ​ ​ສ້າງ​ການ​ພົວພັນ​ເສດຖະກິດ​ການ​ຄ້າລະຫວ່າງ​ເຂດ​ໃນ​ກັບ​ຮົງ​ກົງ​ແລະ​ມາ​ກາວຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ ຫຼືຫຍໍ້​ເປັນCEPA​​ສາມ​ປີມາ​ນີ້,​ໄດ້​ຊຸກຍູ້​​ຢ່າງ​ແຂງ​ແຮງໃຫ້​ເສດຖະກິດ​ການ​ຄ້າ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ພັດທະນາ​​ເປັນຢ່າງ​ດີ.

ສາມ​ປີກວ່າມານີ້,​ໄດ້​ມ້າງອຸປະສັກ​ດ້ານລະບອບ​ຈຳນວນ​ໜຶ່ງ​ທີ່​ກີດຂວາງ​ການ​ແລກປ່ຽນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ເຂດ​​ໃນ​ກັບ​ຮົງ​ກົງ​ມາ​ກາວ​,ການ​ຄ້າ​ສິນຄ້າ​​ແລະການ​ຄ້າ​ບໍລິການທີ່​ກ່ຽວ​ພັນ​ເຖິງCEPA​ໄດ້​ເສລີ​ກວ່າ​ເກົ່າ,​ແລະ​ການ​ລົງທຶນ​ການ​ຄ້າກໍສະດວກ​ກວ່າ​ເກົ່າ.

ຂໍ້​ມູນຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ປີ2003,ລວມຍອດມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ຮົງ​ກົງ ພຽງ​ແຕ່​​ເພີ່ມ​ຂຶ້ນ3,2%,ພາຍຫຼັງປະຕິບັດCEPA​ແລ້ວ,​ໃນ​ປີ2004​ໄດ້​​ເພີ່ມ​ຂຶ້ນ8,6%.ອັດ ຕາ​​ເພີ່ມ​ຂຶ້ນ​ຂອງ​ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ມາ​ກາວ​ກໍ​ຈາກ14%​ໃນ​ປີ2003​​ເພີ່ມ​​ຂຶ້ນ ຮອດ28%​ໃນ​ປີ2004.