ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ທ່ານຜູ່ຟັງທີ່ໂຄລົບ, ຫວ່າງມໍ່ໆມານີ້, ອັງກິດປະກາດວ່າ, ຈະຫຼຸດຈຳນວນທະຫານທີ່ປະຈຳຢູ່ອີຣັກລົງເກືອບໜຶ່ງສ່ວນສີ່, ແດນມາກກໍ່ປະກາດວ່າ, ຈະຖອນທະຫານອອກຈາກອີຣັກກ່ອນເດືອນສິງຫາປີນີ້, ສ່ວນທະຫານສະໂລວັກກໍ່ຈະຖອນອອກຈາກອີຣັກກັບປະເທດ, ເບິ່ງຄືວ່າ, ພັນທະມິດຂອງອາເມລິກາຢູ່ໃນສົງຄາມອີຣັກພາກັນຖອນທະຫານແລ້ວ. ສະນັ້ນ, ນັກຂ່າວຂອງວິທະຍຸພວກເຮົາໄດ້ໄປສຳພາດສາດສະດາຈານທີ່ກ່ຽວຂ້ອງຂອງສະຖາບັນວິທະຍາສາດສັງຄົມຈີນ. ເຊີນທ່ານຟັງລາຍລະອຽດກ່ຽວກັບເລື່ອງນີ້.
ສາດສະດາຈານເຊິນຈີ້ຢູເຫັນວ່າ, ພັນທະມິດຂອງອາເມລິກາຟ້າວຖອນທະຫານອອກຈາກອີຣັກນັ້ນແມ່ນຍ້ອນນະໂຍບາຍອີຣັກຂອງລັດຖະບານບູສຖືກຊັກຖາມແລະສົງໄສຫຼາຍກວ່າເກົ່າ, ພັນທະມິດຂອງອາເມລິກາພວມປະເຊີນກັບກຳລັງກົດດັນຫຼວງຫຼາຍຈາກພາຍໃນປະເທດ. ທ່ານເວົ້າວ່າ,
"ອາເມລິກາໄດ້ນຳໃຊ້ແຜນການປະຊາທິປະໄຕຂອງຕົນມາເຮັດໃຫ້ອີຣັກເພື່ອເປັນຕົວຢ່າງຢູ່ຕາເວັນອອກກາງ, ແຕ່ວ່າດຽວນີ້, ຕົວຢ່າງບໍ່ພຽງແຕ່ບໍ່ໄດ້ສ້າງຕັ້ງຂຶ້ນທໍ່ນັ້ນ, ພັດຕົກຢູ່ສະພາບອັນຕະລາຍທີ່ສຸດ. ສະຖານະການຢູ່ອີຣັກໄດ້ເຮັດໃຫ້ທະຫານອາເມລິກາຫຼາຍແສນຄົນຕ້ອງຕົກຄ້າງຢູ່ອີຣັກອີດດ້ວຍ. ຫວ່າງແລ້ວນີ້, ປະທານາທິບໍດີຈ້ອຈບູສປະກາດວ່າຈະສົ່ງທະຫານເພີ່ມຕື່ມສອງໝື່ນຄົນໄປອີຣັກ, ໄດ້ຖືກຄັດຄ້ານແລະປະທ້ວງຢ່າງແຂງແຮງຢູ່ພາຍໃນປະເທດ."
ສາດສະດາຈານອີນກ່າງກໍເຫັນວ່າ, ປະເທດຕ່າງໆຖອນທະຫານນັ້ນກຳລັງກົດດັນທີ່ມາຈາກພາຍໃນແມ່ນສາຍເຫດທີ່ຕົ້ນຕໍສາຍເຫດໜຶ່ງ.
"ຕົວຢ່າງຄືອັງກິດ, ພາຍໃນປະເທດຮຽກຮ້ອງໃຫ້ລັດຖະບານໂທນີແບຼຖອນທະຫານ, ຖ້າລັດຖະບານແບຼຖອນທະຫານໃນໄລຍະນີ້, ຈະສາມາດຕອບສະໜອງຄວາມຕ້ອງການດ້ານການເມືອງຂອງພາຍໃນ, ພ້ອມກັນນັ້ນກໍຈະບໍ່ທຳລາຍຜົນປະໂຫຍດຂອງອາເມລິກາ. ແຕ່ປະເທດນ້ອຍຂອງເອີລົບເຊັ່ນ ສະໂລວັກເປັນຕົ້ນ, ການເມືອງພາຍໃນແຮງອ່ອນແອກວ່າ, ພວກເຂົາເຈົ້າອາດຈະສຳນຶກເຖິງການປະທະກັນລະຫວ່າງພັກຝ່າຍໃນປັດຈຸບັນມີການຂະຫຍາຍຕົວຫຼາຍຂຶ້ນ, ຖ້າປະກົດມີສະພາບການທີ່ກອງທະຫານຂອງຕົນເສຍຊີວິດຫຼືບາດເຈັບ, ຈະຮັບກຳລັງກົດດັນຈາກພາຍໃນບໍ່ໄຫວ."
ສາດສະດາຈານອີນກ່າງ ເຫັນວ່າ, ໃນຂະນະດຽວກັນທີ່ອາເມລິກາຕົກລົງສືບຕໍ່ເພີ່ມຈຳນວນທະຫານໄປອີຣັກ, ປະເທດພັນທະມິດຕ່າງໆພາກັນຖອນທະຫານ, ເຮັດໃຫ້ທ່ານບຸສມີກຳລັງກົດດັນດ້ານການເມືອງ, ແຕ່ຈະບໍ່ມີຜົນສະທ້ອນຕໍ່ສະຖານະການອີຣັກ. ຍ້ອນວ່າເຂດທີ່ພັນທະມິດຖອນທະຫານແມ່ນພາກໃຕ້ອີຣັກທີ່ນິກາຍຊີອະຄວບຄຸມ, ສະພາບຄວາມຂັດແຍ່ງລະຫວ່າງຊົນເຜົ່າອ່າວໜ້ອຍ, ສະພາບການຄວາມປອດໄພອ່າວດີ. ທີ່ຈິງແລ້ວ, ອາເມລິກາກໍຢາກຖອນທະຫານຫຼາຍຄືກັນ, ແຕ່ສິ່ງທີ່ເຮັດໃຫ້ອາເມລິກາເຈັບຫົວຫຼາຍນັ້ນແມ່ນ, ອາເມລິກາຖອນທະຫານບໍ່ໄດ້ໃນປັດຈຸບັນ, ຍ້ອນວ່າເຂດທີ່ທະຫານອາເມລິກາປະຈຳນັ້ນສ່ວນຫຼາຍແມ່ນເຂດທີ່ສະຖານະການຄວາມປອດໄພບໍ່ໝັ້ນທ່ຽງເລີຍ.
ສາສະດາຈານເສີນຈີ້ຢູເຫັນວ່າ, "ການທີ່ສະຖານະການອີຣັກບໍ່ມີຄວາມໝັ້ນຄົງແມ່ນຍ້ອນວ່າອາເມລິກາໄດ້ຍຶດຄອງປະເທດທີ່ມີອະທິປະໄຕຢ່າງບໍ່ມີເຫດຜົນ,ແລະໄດ້ທັບມ້າງຄວາມດຸນດ່ຽງກັນລະຫວ່າງອິດທິກຳລັງການເມືອງແຕ່ເດີມຂອງອີຣັກ,ເຮັດໃຫ້ຂໍ້ຂັດແຍ່ງດ້ານເຊື້ອຊາດ, ແລະສາສະໜາດຸເດືອດຂຶ້ນ,ລັດທິແບ່ງແຍກເງີຍຫົວຂຶ້ນ. ຖ້າປະເທດພັນທະມິດຖອນທະຫານ,ສະຖານະການຂອງອີຣັກແມ່ນຍິ່ງຍາກທີ່ຈະມີສະຖຽນລະພາບ,ສະນັ້ນ ອາເມລິກາກໍຕ້ອງເພີ່ມທະຫານ,ແຕ່ເພີ່ມທະຫານພັດບໍ່ໄດ້ເພີ່ມຄວາມສາມາດໃນການຄວບຄຸມສະຖານະການອີຣັກ,ເພາະວ່າປະເທດພັນທະມິດຖອນທະຫານແລ້ວ,ສະນັ້ນ ອາເມລິກາເພີ່ມທະຫານມີແຕ່ຈະຫຼຸດຜ່ອນຊ່ອງຫວ່າງຍ້ອນປະເທດພັນທະມິດຖອນທະຫານ."
ທ່ານເສີນຈີ້ຢູຊີ້ອອກຕື່ມອີກວ່າ,ສົງຄາມອີຣັກພ້ອມດ້ວຍຜົນຮ້າຍຂອງມັນແມ່ນຕົວຢ່າງໜຶ່ງ,ສະນັ້ນນະໂຍບາຍລັດທິຕາມສຳພັງໃຈຂອງທ່ານບຸສໄດ້ຖືກຕິຕຽນຈາກຫຼາຍຝ່າຍ.ທ່ານເວົ້າວ່າ,"ເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນຫຼາຍບັນຫາຂອງອາເມລິກາ,ແລະຍັງສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງຊາດໃນຕໍ່ໜ້າຈະນັບມື້ນັບຫັນເປັນຫຼາຍຂົ້ວ,ຖ້າປະຕິບັດລັດທິຕາມລຳພັງໃຈແລະລັດທິເຈົ້າອຳນາດນັ້ນແມ່ນບໍ່ມີຜົນດີຫຍັງ.
|