|
 |
(GMT+08:00)
2007-03-01 19:50:10
|
 |
ເຈົ້າຊີວິດໄທຊົງຕ້ອນຮັບການເຂົ້າເຝົ້າຂອງທ່ານຖ່າງເຈຍຊວນ
cri
Author: li
ຕາມຂ່າວ CRI: ວັນທີ 28 ກຸມພາແລ້ວນີ້ ຢູ່ບາງກອກ ສົມເດັດພູມິພົນ ອະດົນຍະເດດ ເຈົ້າຊີວິດໄທຊົງໄດ້ຕ້ອນຮັບການເຂົ້າເຝົ້າຂອງທ່ານຖ່າງເຈຍຊວນ ທີ່ປຶກສາແຫ່ງລັດຈີນທີ່ໄປຢາມ.
ສົມເດັດພູມິພົນຊົງຂອບພະໄທຕໍ່ລັດຖະບານຈີນທີ່ໄດ້ສະໜັບສະໜູນລັດຖະບານໄທ,ແລະຊົງສະແດງຄວາມຍ້ອງຍໍຜົນສຳເລັດທີ່ຈີນຍາມາໄດ້ໃນການສ້າງສາສັງຄົມແລະເສດຖະກິດ. ສົມເດັດຊົງອວຍພອນໂຄງການເຂື່ອນຊ່ານເຊຍຈີນໄດ້ຮັບຄວາມຄືບໜ້າອັນໃຫຍ່ຫຼວງ,ແລະເຫັນວ່າ,ນີ້ແມ່ນເລື່ອງໃຫຍ່ທີ່ດີຂອງລັດຖະບານຈີນເພື່ອປະຊາຊົນໂດຍຖືປະຊາຊົນເປັນແກ່.
ທ່ານຖ່າງເຈ່ຍຊວນໄດ້ເລົ່າຄວາມຢຶ້ຢາມຖາມຂ່າວອັນສະໜິດສະໜົມຂອງທ່ານຫູຈິນທາວ ປະທານປະເທດຈີນທີ່ມີຕໍ່ສົມເດັດພູມິພົນ,ແລະສະແດງຄວາມຍ້ອງຍໍໃນລະດັບສູງຕໍ່ສົມເດັດພູມິພົນແລະພະບໍລົມມະວົງສານຸວົງໄທທີ່ໄດ້ປະກອບສ່ວນອັນມະຫາສານເພື່ອການພົວພັນຈີນໄທຂະຫຍາຍຕົວຢ່າງໝັ້ນທ່ຽງຍາວນານ. ທ່ານເວົ້າວ່າ,ຝ່າຍຈີນຍຶດໝັ້ນນະໂຍບາຍທີ່ມີໄມຕີຈິດຕໍ່ໄທ,ຍິນດີພ້ອມກັນກັບຝ່າຍໄທ ທຳຄວາມພະຍາຍາມເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ຂັ້ນໄດໃໝ່ຢ່າງບໍ່ຢຸດຢັ້ງ.
|
|
|