ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-01 20:13:56    
ທ່ານ​ອັບ​ບາສ໌​ກ່າວ​ວ່າ​ຈະ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ພາຍ​ໃນ​5​ອາ​ທິດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ28​ກຸມພາ​​ແລ້ວ​ນີ້,ທ່ານ​ມາ​ມຸດ ອັບ​ບາສ໌ ປະທ​ານອົງການ​ສິດ​ອຳ​ນາດ​​ແຫ່ງ​ຊາດ​ປາ​ເລັສຕິນທີ່​ພວມ​ຢ້ຽມຢາມ​ຊອກ​ດາ​ນີກ່າວ​ວ່າ,ປາ​ເລັສຕິນ​ຕ້ອງ​ສ້າງຕັ້ງລັດຖະບານ​ປະສົມ​ແຫ່ງ​ຊາດ,​ແລະ​ຕ້ອງ​ສຳ​​ເລັດ​ພາຍ​ໃນ5​ອາທິດ​ຂ້າງ​ໜ້າ​ນີ້.

ທ່ານ​ອັບ​ບາສ໌ກ່າວ​ວ່າ,ການ​ຢ້ຽມຢາມອັງກິດ,ຝຣັ່ງ,​​ເຢັຍລະ​ມັນ​ແລະ​ປະ​ເທດ​ອື່ນໆ​ຂອງ​ສະຫະພາບ​​ເອີ​ລົບ​​ຂອງ​ທ່ານໃນ​ຫວ່າງ​ມໍ່ໆ​ນີ້ໄດ້​ຮັບ​ການສະ​ໜັບສະ​ໜູນ ຈາກ​ປະ​ເທດ​​ເຫຼົ່າ​ນີ້​​ກ່ຽວ​ກັບ​ການສ້າງ​ຕັ້ງ​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕິນ,ທ່ານ​ອັບ​ບາສ໌ກ່າວ​ວ່າ,ຫວັງ​ໃຫ້​ລັດຖະບານ​ຊຸດ​ໃໝ່ຈະ​ສອດຄ່ອງ​ແລະ​ເຄົາລົບ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ4​ຝ່າຍ​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກກາງ​.

ວັນ​ທີ21​ກຸມພາ​ແລ້ວ​ນີ້,4​ຝ່າຍ​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກກາງ​,ຄື:ສະ​ຫະ​ປະຊາ​ຊາດ,ສະຫະພາບ​ເອີ​ລົບ,ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼງການ​ວ່າ,ຈະ​ສະໜັບສະ​ໜູນ​ລັດຖະບານ​ສະ​ສົມ​​ແຫ່ງ​ຊາດປາ​ເລັສຕິນ​ຢ່າງມີ​ເງື່ອນ​ໄຂ,​ແຕ່ຮຽກ​ຮ້ອງ​​ໃຫ້​ລັດຖະບານປະສົມ​ແຫ່ງ​ຊາດ​ປາ​ເລັສຕິນຄວນ​ໃຫ້​ຄຳໝັ້ນ​ສັນຍາ​ບໍ່​ໃຊ້​ກຳລັງ​ຮຸນ​ແຮງ,ຮັບ​ຮອງອິສຣາ​ແອນ,​ເຄົາລົບ​ສັນຍາ​ແລະ​ພັນທະ ​ເຊິ່ງລວມທັງ​ແຜນ​ການ"​​ເສັ້ນ​ທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ".