ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-03 16:36:53    
ຈີນ​ຮຽກ​ຮ້ອງ​ໃຫ້​ສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຜ້ານ​ກາງ​ເລັ່ງ​ລັດ​ການ​ພັດ​ທະ​ນາ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ2​ມີນາ​ນີ້,ຢູ່​ທີ່​ມາດຼີດ,ທ່ານ​ຊິວ​ສ້ຽວ​ສີ ຫົວໜ້າ​ຄະນະ​ຜູ່​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານປະ​ເທດ​ທີ່​ມີ​ລາຍ​ໄດ້​ຜ້ານ​ກາງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ແອັສປາຍ​ໄດ້​​ກ່າວ​ຄຳ​ປາ​ໄສ​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບປະ​ເທດທີ່​ມີ​ລາຍ​ໄດ້​ຜ້ານ​ກາງ,​ສະ​ໜັບ​ສະ​ໜູນ​ປະ​ເທດ​ເຫຼົ່ານີ້​​ໃນ​ດ້ານ​ການ​ພັດທະນາ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ,​ເພື່ອ​ຊຸກຍູ້​ໃຫ້​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ​​ໄດ້​ບັນລຸ​ຜົນ​ເປັນ​ຈິງ.

ທ່ານ​ຊິວ​ສ້ຽວ​ສີ​ກ່າວ​ເນັ້ນ​ວ່າ,ປະ​ເທດ​ທີ່​ມີ​ລາຍ​ໄດ້​ຜ້ານ​ກາງ​ແມ່ນ​ພາກສ່ວນ​ປະ​ກອບ​ອັນ​ສຳຄັນ​ຂອງ​ປະ​ເທດ​ພວມ​ພັດທະນາ​ໃນ​ທົ່ວ​ໂລກ.ປະ​ເທດ​​ເຫຼົ່ານີ້​ປ່ຽນ​ແປງ​ຈາກປະ​ເທດ​ທີ່​ມີ​ແຕ່ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ຂອງ​ປະ​ເທດ​ອື່ນ​ກາຍມາ​ເປັນ​ກຳລັງ​ສຳຄັນ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ,​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ສຳຄັນ​ໃນ​ເສດຖະກິດ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.ປະຊາ​ຄົມ​ໂລກ​ຄວນ​ເຄົາ​ລົບ​ຢ່າງ​ເຕັມ​ສ່ວນ​ຕໍ່​ສິດ​ພັດທະນາ​ຢ່າງ​ເປັນ​ເຈົ້າຕົນ​ເອງ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຜ້ານ​ກາງ,​ສະ​ໜັບ​ສະ​ໜູນ​ປະ​ເທດ​ເຫຼົ່າ​ນີ້​ໃຫ້​ພັດທະນາ​ໄວ​ເຂົ້າ​.

ທ່ານ​ກ່າວ​ວ່າ,ຈີນພະຍາຍາມ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່​ກັບປະ​ເທດ​ພວມ​ພັດ​ທະ​ນາ​ທັງ​ຫຼາຍ​ດ້ວຍ​ຈິງ​ໃຈ ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍດ,​ພາຍ​ໃຕ້​ສະ​ພາບ​ທີ່​ໂຕ​ເອງ​ກໍ​ມີ​ໜ້າ​ທີ່​ພັດທະນາ​ອັນ​ໜັກ​ໜາ​ທີ່​ສຸດ​ນັ້ນ,ຈີນ​ກໍຍັງ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ພວມ​ພັດທະນາ​ຕາມ​ຄວາມ​ສາມາດ​ຂອງ​ຕົນ,​ພະ​ຍາ​ຍາມ​ໃຫ້​ ໄດ້​ຮັບ​ຜົນປະ​ໂຫຍ​ດນຳ​ກັນ.