ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-03 21:41:47    
ກອງ​ປະ​ຊຸມ​ຄັ້ງ​ທີ​5​ສະ​ໄໝ​ທີ​10​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ຄຶກ​ຄື້ນ

cri Author: shuohefang

ຕາມຂ່າວCRI:ວັນ​ທີ3​ມີນານີ້,ກອງ​ປະຊຸມປະຈຳ​ປີ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ໄດ້​ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ.

ຕອນ​ບ່າຍ​ວັນ​ທີ3​ມີນາ,ກຳມະການ​2100ກວ່າ​ທ່ານ​ຂອງສະພາ​ປຶກສາ​ການ​​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຫໍ​ສະພາ​ປະຊາຊົນປັກ​ກິ່ງ,​​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ​5​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່​ງຊາດ​ສະ​ໄໝ​ທີ10​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ຈີນ,ນີ້​ແມ່ນ​ກອງ​ປະ​ຊຸມ​ຄັ້ງ​ສຸດ​ທ້າຍ​ຂອງ​ຄະນະ​ກຳມະການ​​ແຫ່ງ​ຊາດ​​ສະ​ພາ​ປຶ​ກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ສະ​ໄໝ​ທີ​10​.​ໃນ​​ເວ​ລາສາມ​ໂມງຕົງ​ຕອນ​ບ່າຍ​ມື້​ນີ້,​ກອງ​ປະຊຸມ​ຄັ້ງນີ້​ໄດ້​​ໄຂ​ຂຶ້ນ​ຢ່າງ​ຄຶກ​ຄື້ນ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ,ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງຊາດຈີນ​ໄດ້​ກ່າວ​ບົດ​ລາຍ​ງານ​ວຽກ​ງານຕໍ່​ກອງ​ປະຊຸມ.ກ່ອນ​ອື່ນ,ທ່ານ​ໄດ້​ຫວນ​ຄືນ​ໝາກຜົນ​ວຽກ​ງານ​ຂອງ​ສະ​ພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ໃນ​ປີ2006.ທ່ານ​ເວົ້າວ່າ:"ປີ2006​ແມ່ນ​ປີ​ທີ່​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ອຸ​ດົມ​ສົມ​ບູນ​ໃນ​ການ​ປະ​ຕິ​ຮູບ ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຂອງ​ຈີນ,​ແລະ​ກໍ​ແມ່ນ​ປີໜຶ່ງ​ທີ່​ວຽກ​ງານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ໄດ້​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ.​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ແລະ​ຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ທີ່​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ ຕິດ​ຕາມ​ກວດ​ກາ​ແບບ​ປະ​ຊາ​ທິ​ປະ​ໄຕ ​ເຂົ້າຮ່ວມ​ແລະ​ປຶກ​ສາ​ຫາ​ລື​ວຽກ​ງານ​ການ​ປົກ ຄອງ​ຢ່າງ​ຕິດ​ແທດ​ຕົວ​ຈິງ,​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ຕົນ​ເອງ,​ວຽກ​ງານ​ທຸກ​ລາຍ​ລ້ວນ​ແຕ່​ໄດ້​ມີ​ການ​ຄືບ​ໜ້າ​ໃໝ່."

ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ,​ຍັດຕິ​ທີ່ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ຈົດ​ທະບຽນ​ແລະ​ນຳ​ສະ​ເໜີ​ໃຫ້​ພະ​ແນ​ກ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດຖະ​ບານ​ຊຳລະ​ແກ້​ໄຂ​ນັ້ນ​ມີຕັ້ງ​4999​ສະ​ບັບ,​ຍັດ​ຕິ​ເຫຼົ່າ​ນີ້​ເມື່ອ​ພະ​ແນກ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດຖະ​ບານ​ຄົ້ນ​ຄວ້າ​ສຶກ​ສາ​ແລະ​ຮັບ​ຮອງ​ປະຕິ​ບັດ​ຕາມ​ແລ້ວ,​ກໍໄດ້​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຊຸ​ກ​ຍູ້​ເສດ​ຖະ​ກິດ​ແຫ່ງ​ຊາດ​​ແລະ​ສັງຄົມ​ໃຫ້​ພັດທະ​ນາຢ່າງ​ຮອບດ້ານ​ແລະ​ກົມ​ກຽວ​ກັນ,​ຊ່ອຍ​ລັດ​ຖະ​ບານ​ຈີນ​ຕັດ​ສິນ​ນະ​ໂຍ​ບາຍ​ຕາມ​ຫຼັກ​ວິ​ຕະຍາ​ສາດ​ແລະ​ແບບປະ​ຊາທິປະ​ໄຕ,​ແລະ​ຜ່ອນ​ຄາຍ​ຄວາມ​ຂັດ​ແຍ່ງ​ຕ່າງໆ​ໃນ​ສັງຄົມ.​ນອກ​ນັ້ນ,​ສະ​ພາ​ປຶກສາ​ການ​ເມືອງ​ຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ຂອງ​ພັກ​ຝ່າຍ​ປະຊາ​ທິປະ​ໄຕ​ຕ່າງໆ​ແລະ​ບຸກຄົນ​ທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດຕື່ມ​ອີກ,ດຳ​ເນີນ​ວຽກ​ງານ​ສາ​ມັກ​ຄີ​ແລະ​ສຳ​ພັນ​ມິດຕະ​ພາບ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ ມາ​ກາວ​ແລະ​ໄຕ້ຫວັນ​ພ້ອມ​ດ້ວຍ​ຊາວ​ຈີນ​ຕ່າງ​ດ້າວ,​ຕັ້ງໜ້າ​ເປີດ​ກວ້າງ​ການ​ໄປມາ​ຫາສູ່​ກັນ​ກັບ​ຕ່າງປະ​ເທດ.

ປີ2007​ແມ່ນ​ປີ​ສຳຄັນ​ທີ່​ຈີນ​ລົງ​ເລິກ​ປະຕິ​ບັດ​ພັດ​ທະນະ​ທັດ​ວິທະ​ຍາ​ສາດ,​ຕັ້ງໜ້າ​ຊຸກ​ຍູ້​ການ​ສ້າ​ງສາ​ສັງຄົມ​ສັງ​ຄົມ​ນິຍົມ​ທີ່​ກົມກຽວ​ກັນ.​ໃນຫົກ​ເດືອນ​ທ້າຍ​ປີ2007,​ພັກ​ກອມ​ມູນິດ​ຈີນ ພັກ​ກຳ​ອຳ​ນາດ​ຂອງຈີນ​ຈະ​ຈັດ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ17,ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຊີວິດ​ການ​ເມືອງ​ຂອງ​ຈີນ.​ເມື່ອ​ຈ້ອງ​ມອງ​ວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ໃນ​ປີ​ນີ້,ທ່ານ​ເຈຍ​ຊິ້ງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດຈີນ​ກ່າວ​ວ່າ:

"​ໃນ​ປີ2007​ນີ້,ພວກ​​ເຮົາ​ຕ້ອງ​ຍຶດໝັ້ນ​ແລະ​ບູລະນະ​ລະບອບ​ຫຼາຍ​ພັກ​ຮ່ວມ​ມື​ກັນ​ແລະ​ລະ​ບອບ​ປຶກ​ສາ​ການ​ເມືອງທີ່​ນຳ​ໂດຍ​ພັກ​ກອມ​ມູນິດ​ຈີນ,ປັບປຸງ​ແລະ​ເສີມສ້າງ​ແນວ​ໂຮມ​ເອ​ກະ​ພາບ​ຮັກ​ຊາດ​ທີ່​ກວ້າງ​ຂວາງ​ທີ່​ສຸດ,​ກຳ​ສອງ​ຫົວ​ຂໍ້​ໃຫຍ່​ຄື​ສາມັກຄີ​ແລະ​ປະຊາ​ທິປະ​ໄຕ,​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ປຶກ​ສາ​ການ​ເມືອງ,​ຕິດ​ຕາມ​ກວດກາ​ແບບ​ປະຊາທິປະ​ໄຕ​ເຂົ້າ​ຮ່ວມ​ແລະ​ຫາລື​ວຽກ​ງານ​ການ​ປົກຄອງ​ຢ່າງ​ຈິງ​ຈັງ,​ສຳ​ເລັດ​ວຽກ​ງານ​ທຸກ​ດ້ານ​ໃນ​ປີ​ສຸດ​ທ້າຍ​ຂອງ​ສະ​ພາ​ຊຸດ​ນີ້ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ການ​ເມືອງ​ໃນ​ລະດັບ​ສູງ​ແລະ​ດ້ວຍ​ສະພາບ​ຈິດ​ໃຈ​ທີ່​ດີ​ເລີດ."

ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ,ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ເຂົ້າ​ສູ່​ໂຄ​ຈອນ​ພັດ​ທະ​ນາ​​ແບບ​ວິ​ທະ​ຍາ​ສາດ,​ຊຸກ​ຍູ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ໃຫ້​ພັດ​ທະ​ນາ​ໄດ້​ທັງ​ດີ​ທັງ​ໄວ​ນັ້ນ​ແມ່ນ​ຈຸດ​ໜັກ​ຂອງ​ການ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ໃນ​ປີ​ນີ້.​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ທັງ​ຫຼາຍ​ຈະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ເພີ່ມ​ທະ​ວີ​ແລະ​ບູ​ລະ​ນະ​ການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ,​ສັບ​ຊ້ອນ​ອົງ​ປະ​ກອບ​ເສດ​ຖະ​ກິດ​ແລະ​ຫັນ​ປ່ຽນ​ຮູບ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ,​ເພີ່ມ​ທະ​ວີ​ການ​ປະຢັດ​ພະ​ລັງ​ງານ​ແລະ​ຊັບ​ພະ​ຍາ​ກອນ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,​ແກ້​ໄຂ​ບັນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

ໃນ​ໄລຍະ​ໄຂກອງ​ປະຊຸມ​ເປັນ​ເວລາ12ມື້​ເທື່ອ​ນີ້,ກຳມະການ​ທັງຫຼາຍ​ຈະ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ນະ​ໂຍ​ບາຍ​ການ​ປະຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ບັນ​ຫາ​ຈຸດ​ສຸມ​ທີ່​ມວນ​ຊົນ​ສົນ​ໃຈ​ນຳ.​ນອກ​ນີ້,​ກຳ​ມະ​ການ​ທັງ​ຫຼາຍ​ຍັງ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ​5​ຂອງ​ສະ​ພາ​ຜູ່​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ10​ທີ່​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ5​ມີນາ​ນີ້.