ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-04 19:58:16    
ອົງ​ການ​ຮາ​ມາສ​ຍື່ນ​ລາຍ​ຊື່​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ເລັດ​ສະ​ຕິນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ3​ມີນານີ້,ຂະ​ບວນການ​ອິສລາມ​ຕໍ່ຕ້ານຂອງ​ປາ​ເລັດ​ສະຕິ​ນ ຫຼືຮາ​ມາສ​ໄດ້​ສະ​ເໜີ​ລາຍ​ຊື່​​ລັດ​ຖະ​ມົນ​ຕີ​12​ຄົນ​ໃນ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ໃຫ້​ທ່ານ​ອິສ​ມາຍ ຮາ​ນິ​ເຢ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄະ​ນະ​ລັດ​ຖະ​ບານ​ຮັກ​ສາ​ການ​ປາ​ເລັດ​ສະ​ຕິນ.

ຕາມ​ກຳມະການ​ຜູ້​ໜຶ່ງ​ຂອງ​ສະພາ​ນິ​ຕິ​ບັນ​ຍັດ​ຮາ​ມາສ​ຄາດ​ຄະ​ເນ​ວ່າ,​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ​ຈະ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃນ​ໜຶ່ງ​ອາ​ທິດ.

ນອກ​ນີ້,ຂ່າວ​ລາຍ​ງານ​ວ່າ,ປະຈຸ​ບັນ,ອົງການ​ອານ​ຟາ​ຕາ​ຍັງ​ບໍ່​ມີ​ລາຍ​ຊື່​ລັດຖະມົນຕີ​ຂອງ​ຕົນ​ເທື່ອ.

ຕາມ​ສັນຍາ​ທີ່ອົງການ​ຮາ​ມາສກັບອົງການອານ​ຟາ​ຕາ​ເຊັນ​ກັນ,ອົງການຮາ​ມາສມີ​ສິດສະ​ເໜີ​ລາຍ​ຊື່​ລັດ​ຖະ​ມົນ​ຕີ​12​ຄົນ;​ອົງ​ການ​ອານ​ຟາ​ຕາ​ມີ​ສິດ​ສະ​ເໜີ​ລາຍ​ຊື່​ລັດ​ຖະ​ມົນ​ຕີ​ກະ​ຊວງ​8​ຄົນ.​ທ່ານ​ຮາ​ນີ​ເຢຍັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ,​ສ່ວນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ສະ​ມາ​ຊິກ​ຂອງ​ອົງ​ການ​ອານ​ຟາ​ຕາ​ເປັນ​ຜູ້​ຮັບ​ຕຳ​ແໜ່ງ.