ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-04 20:55:33    
ລະ​ບອບ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ຂອງ​ຈີນ​ແມ່ນ​ລະ​ບອບ​ການ​ເມືອງ​ກົກ​ຮາກ​ທີ່​ປະ​ຊາ​ຊົນ​ໃຊ້​ອຳ​ນາດ​ລັດ

cri Author: hefangshuo
ກອງ​ປະຊຸມ​ປະຈຳປີ​ຂອງ​ສະພາ​ຜູ້​ແທນ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ ອົງ​ການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ5​ມີນາ​ນີ້.​ນີ້ແມ່ນ​ເຫດ​ການ​ໃຫຍ່​ໃນ​ຊີວິດ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ຈີນ.​ລະບອບ​ສະພາ​ຜູ້​ແທນ​ປະຊາ​ຊົນ​ແມ່ນ​ລະ​ບອບ​ການ​ເມືອງ​ກົກ​ຮາກ​ຂອງ​ຈີນ,​ແລະ​ກໍ​ແມ່ນ​ຮູບ​ການ​ການ​ຈັດ​ຕັ້ງ​ຂອງອຳ​ນາດ​ການ​ປົກ​ຄອງ​ຂອງ​ຈີນ.

ລັດ​ຖະທຳ​ມະນູນ​ຂອງ​ຈີນ​ໄດ້ກຳ​ນົດ​ວ່າ, ​ອຳ​ນາດ​ທັງ​ໝົດ​ຂອງ​ລັດ​ຂຶ້ນ​ກັບ​ປະຊາ​ຊົນ,​ອົງ​ການ​ຈັດ​ຕັ້ງ​ທີ່​ປະຊາ​ຊົນ​ໃຊ້​ອຳນາດ​ລັດ​ແມ່ນ​ສະພາ​ຜູ້​ແທນ​ປະຊາ​ຊົນ​ແຫ່ງ​ຊາດ​ແລະ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ຂອງ​ທ້ອງ​ຖິ່ນ.​ໃນ​ໄລຍະ​ໄຊ​ກອງ​ປະຊຸມ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ,​ຜູ້​ແທນ​ເກືອບ3000​ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ແລະ​ຂະ​ແໜງ​ການ​ຕ່າງໆ​ຈະ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ,​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ແລະ​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​1ຕື້300​ລ້ານ​ຄົນໃຊ້​ອຳ​ນາດ​ລັດ.ຜູ້​ແທນ​ປະຊາ​ຊົນ​ເຫຼົ່າ​ນີ້​ຈະ​ຕາງໜ້າ​ປະຊາ​ຊົນ​ໃຊ້​ສິດ​ຕ່າງໆ​ແນວ​ໃດ?​ພວກ​ເຮົາ​ມາ​ຟັງ​ປະສົບ​ການ​ຂອງ​ຜູ້​ແທນ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຜູ້​ໜຶ່ງ​ກ່ອນ.

ນາງ​ອູ​ໄອ້​ລິງ​ມາ​ຈາກ​ແຂວງ​ເຊ​ສວນ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ແມ່ນ​ຜູ້​ປະ​ຕິ​ບັດ​ງານ​ຝ່າຍ​ແພດ,​ຖານະ​ການ​ເມືອງ​ຂອງ​ນາງ​ມີ​ສອງ​ຢ່າງ,​ໜຶ່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳມະ​ການ​ປະຕິ​ວັດພັກ​ກົກ​ມິນ​ຕັງ​ຈີນ,​ສອງ​ແມ່ນ​ຜູ້​ແທນ​ສະ​ພາຜູ້​ແທນ​ປະຊາ​ຊົນ​ແຫ່ງ​ຊາດ.​ໃນ​ຖານະ​ເປັນ​ຜູ້​ປະ​ຕິບັດ​ງານ​ຝ່າຍ​ແພດ​ແລະ​ຜູ້​ແທນ​ປະຊາ​ຊົນ,​ນາງ​ອີງ​ຕາມ​ຫຼັກ​ການ​ທີ່​ວ່າ​"ປະຊາ​ຊົນ​ເລືອກ​ຂ້ອຍ​ເປັນ​ຜູ້​ແທນ,​ຂ້ອຍຕ້ອງ​ເປັນ​ຜູ້​ແທນ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ",​ແຕ່​ປີ2003​ມາ​ນີ້,​ນາງ​ໄດ້​ຊອກ​ຮູ້​ຄວາມ​ຫຍຸ້ງ​ຍາກ​ລຳບາກ​ຂອງ​ປະຊາ​ຊົນ​ທ້ອງ​ຖິ່ນ​ຢ່າງ​ເຕັມ​ສ່ວນ,​ແລ້ວໄດ້​ສະ​ເໜີ​ໃຫ້​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ເພີ່ມ​ທີ​ວະ​ການ​ປ້ອງ​ກັນ​ປິ່ນ​ປົວ​ພະຍາດ​ໝາກ​ເຫຼືອງ.​ນາງ​ແນະ​ນຳ​ວ່າ:

"​ໃນ​ຫຼາຍ​ປີ​ ມາ​ນີ້,ພະຍາດໝາກ​ເຫຼືອງ​ໄດ້​ເກີດ​ຂຶ້ນ​ອີກ​ຢູ່​ແຫ່ງ​ຕ່າງໆ​ເຊັ່ນ​ແຂວງ​ເຊ​ສວນ​ເປັນ​ຕົ້ນ.ຍ້ອນ​ວ່າ​ຂ້ອຍ​ກັບ​ຜູ່​ແທນ​ອື່ນໆ​ຮ່ວມ​ກັນ​ຮຽກຮ້ອງ,​ປີ​ລຸນ​ມາ,ປະ​ເທດ​ເຮົາໄດ້​ຟື້ນ​ຟູ​ໜ່ວຍ​ນຳພາ​ປ້ອງ​ກັນ​ປິ່ນ​ປົວ​ພະຍາດໝາກ​ເຫຼືອງ​ຄືນ​ໃໝ່,​ໂດຍ​ມີທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ເປັນ​ຫົວໜ້າ.​ໃນ​ດ້ານ​ນະ​ໂຍບາຍ,​ເງິນ​ທຶນ​ແລະ​ໂຄງ​ການ,​ລັດ​ຖະ​ບານ​ລ້ວນ​ແຕ່​​ໄດ້​ມີ​ການ​ໂນ້ມອຽງ​ເປັນ​ພິ​ເສດ​ຕໍ່​ເຂດທີ່​ມີ​ພະ​ຍາດ​ໝາກ​ເຫຼືອງ​ແຜ່​ລາມ.​ຜ່ານ​ຈາກ​ມາດ​ຕະ​ການ​ປ້ອງ​ກັນ​ປິ່ນປົວ​ສັງ​ລວມຕາມ​ຫຼັກ​ວິ​ທະ​ຍາ​ສາດ​ເຫຼົ່າ​ນີ້,​ພະ​ຍາດ​ໝາກ​ເຫຼື​ອງ​ໄດ້​ຖືກ​ຄວບ​ຄຸາ​ໄວ້​ໄດ້."

ນອກຈາກ​ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ແລ້ວ,ຍັງ​ມີ​ຜູ່​ແທນ​ສະພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​2ລ້ານ​8​ແສນ​ກວ່າ​ຄົນ.ຜູ່​ແທນ​ສະພາ​ປະ​ຊາ​ຊົນ​ເຫຼົ່າ​ນີ້​ໄດ້​ກຳ​ເນີ​ດຂຶ້ນ​ແນວ​ໃດ?​ລັດ​ຖະ​ທຳ​ມະ​ນູນ​ຈີນ​​ໄດ້ກຳນົດ​ໄວ້​ຢ່າງ​ຈະ​ແຈ້ງ​ວ່າ,​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ລ້ວນ​ແຕ່​ແມ່ນ​ກຳ​ເນີດ​ຈາກ​ການ​ເລືອກ​ຕັ້ງ​ແບບ​ປະ​ຊາ​ທິ​ປະ​ໄຕ,​ຜູ່​ແທນ​ປະ​ຊາ​ຊົນ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຊົນ​ແລະ​ຮັບ​ເອົາ​ການ​ຕິດ​ຕາ​ກວດ​ກາ​ຂອງ​ປະ​ຊາ​ຊົນ.​ຜູ່​ແທນ​ສະ​ພາ​ປະ​ຊາ ຊົນ​ແຕ່​ລະ​ຊຸດ​ມີ​ອາຍຸ​ການ5​ປີ,​ຮອດ​ເວລາ​ກຳ​ນົດ​ແລ້ວ​ກໍ​ຕ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກຳ​ເນີດ​ສະ​ພາ​ຊຸດ​ໃໝ່.​ຢູ່​ຈີນ,​ທະ​ແນມ​ແຕ່​ແມ່ນ​ພົນລະ​ເມືອງ​ອາ​ຍຸ​ເຕັມ​18​ປີ​ກໍ​ມີ​ສິດ​ເລືອກ​ຕັ້ງ​ແລະ​ສິດ​ຮັບ​ເລືອກ​ຕັ້ງ.​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ອັດ​ຕາ​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ທຸກ​ຄັ້ງ​ທີ່​ຜ່ານ​ມາ​ລ້ວນ​ແຕ່​ຢູ່​ໃນ​ລະ​ດັບ​90%.

ກໍ​ຍ້ອນ​ຜູ້​ແທນ​ສະພາ​ປະຊາຊົນ​ກຳ​ເນີ​ດ​ດ້ວຍ​ການ​ເລືອກ​ຕັ້ງ​ແບບ​ປະ​ຊາ​ທິ​ປະ​ໄຕ,​ຕາງ​ໜ້າ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ,​ສະ​ນັ້ນ,​ໃນ​ເວ​ລາ​ພົບ​ບັນ​ຫາ​ປະ​ເພດ​ຕ່າງໆ​ໃນ​ວຽກ​ງານ​ຫຼື​ຊີ ວິດ​ການ​ເປັນ​ຢູ່,​ກໍ​ໃຫ້​ຜູ້​ແທນ​ສະພາ​ປະຊາຊົນ​ທຸກຂັ້ນ​ໄປ​ສ່ອງ​ແສງ​ໃຫ້​ພະ​ແນ​ກທີ່​ກ່ຽວ ຂ້ອງ,​ບາງ​ບັນຫາ​ໄດ້​ຈໍ່​ຕົວ​ຂຶ້ນ​ເປັນ​ກົດ​ໝາຍ​ຫຼື​ກົດ​ບັນຍັດ,ບາງ​ບັນຫາ​ໄດ້​ມອບ​ໃຫ້​ລັດ​ຖະ​ບານ​ໃຊ້​ມາດ​ຕະການ​​​ແກ້​ໄຂ,​ແລະ​ໃຫ້​ຜູ້​ແທນ​ສະພາ​ປະ​ຊາ​ຊົນ​ຮັບ​ຜິດ​ຊອບ​ຕິດ​ຕາມ​ກວດ ກາ​ສະພາບ​ການ​ແກ້​ໄຂ​ບັນຫາ.ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ຕົກລົງ​ໂດຍ​ລະ​ບອບ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ເຊິ່ງ​ເປັນ​ລະບອບ​ການ​ເມືອງ​ກົກ​ຮາກ​ຂອງ​ຈີນ.​ໃນ​ເວລາ​ແນະ​ນຳ​ລະ​ບອບ​ສະ​ພາ​ຜູ້​ແທນ​ປະຊາຊົນ,ທ່ານ​ອູ​ປ່າງ​ກົວ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເວົ້າ ວ່າ:"ຢູ່​ຈີນ,​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ໃຊ້​ອຳນາດ​ລັດຢ່າງ​ເປັນ​ເອ​ກະ​ພາບ,​ອົງ​ການ​ບໍ​ລິ​ຫານ​ ອົງ​ການ​ຕັດ​ສິນ​ແລະ​ອົງ​ການ​ໄອ​ຍະ​ການ​ຂອງ​ລັດ​ລ້ວນ​ແຕ່​ກຳ​ເນີ​ດ​ຢູ່​ໃນ​ສະ​ພາ​ປະ​ຊາ​ຊົນ,​ຮັບ​ຜິດ​ຊອບ​ຕໍ່​ສະ​ພາ​ປະ​ຊາ​ຊົນ​ແລະ​ຮັບ​ການ​ຕິດ​ຕາມ​ກວດກາ​ຈາກ​ສະ​ພາ​ປະ​ຊາ​ຊົນ."

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມານັ້ນ​ແມ່ນບົດ​ສະ​ເໜີ​ລະບອບ​ສະພາ​ຜູ້​ແທນ​ປະ​ຊາ​ຊົນ​ຂອງ​ຈີນ.​ໃນ​ວັນ​ທີ5​ມີນາ​ນີ້,​ກອງ​ປະ​ຊຸມ​ຄັ້ງ​ທີ​5​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​10​ກໍ​ຈະ​ໄຂ​ຂຶ້ນ,​ໃນ​ໄລ​ຍະ​ປະ​ຊຸມ,​ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ​ການ​ແຈ້ງ​ຂ່າວ​ລະ​ອຽດ​ຂອງ​ວິ​ທະ​ຍຸ​CRI​ພວກ​ເຮົາ.