ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-06 13:36:11    
ຈີນ​ສາ​ມາດ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ຂຶ້ນ​ສູ່​ດວງ​ຈັນ​ໄດ້​ພາຍ​ໃນ​15​ປີ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ6​ມີນາ​ນີ້,​ທ່ານ​ຫວງ​ຊຸນ​ພິງ ອະ​ດີດ​ຜູ່​ບັນ​ຊາ​ການ​ໃຫຍ່​ລະ​ບົບ​ຈະ​ຫຼວດສົ່ງຍານ​ຂອງ​ໂຄງ​ການ​ການບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ກ່າວ​ວ່າ,​ຈີນ​ໄດ້​ມີ​ເຕັກ​ນິກ​ທີ່​ສາມາດ​ສົ່ງ​ນັກ​ບິນອະວະກາດ​ຂຶ້ນ​ສູ່​ດວງຈັນ​ພາຍ​ໃນ15​ປີ​.

ທ່ານ​ຫວງ​ຊຸນ​ພິງ​ເຄີຍ​​ເປັນຮອງ​ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຈະ​ຫຼວດ​ສົ່ງ​ຍານ​ຂອງ​ຈີນ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ປັກ​ກິ່ງ,ທ່ານ​ກ່າວ​ວ່າ,​ພາຍ​ໃຕ້​ເງື່ອນ​ໄຂ​ດີ​ທີ່​ສຸດ​ເຊັ່ນ​ມີ​ງົບປະມານ​ພຽງພໍ,​ປະຕິບັດໂຄງການຕາມ​ເວລາ​ກຳນົດ​ເປັນ​ຕົ້ນ,ຈີນ​ມີ​ຄວາມ​ສາ​ມາດ​ເຕັມ​ປ່ຽມທີ່​ຈະ​ຍິງ​ສົ່ງ​ຍານ​ອະວະກາດ​ບັນທຸກ​ຄົນຂຶ້ນ​ສູ່​ດວງ​ຈັນ​ໄດ້ພາຍ​ໃນ15​ປີ.

ທ່ານ​ຫວງ​ຊຸນ​ພິງ​ກ່າວ​ວ່າ​ທ່ານ​ມີຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ການ​ພັດ​ທະ​ນາ​ຂອງ​ໂຄງ​ການ​ຈະ​ຫຼວດຂອງ​ຈີນ.ທ່ານ​ເຫັນ​ວ່າ,​ຈີນ​ພ້ອມ​ກັນ​ກັບ​ອາ​ເມ​ລິ​ກາ,​ຣັດ​ເຊຍ​ແລະ​ເອີ​ລົບ​ເປັນ​ທິມ​ງານ​ທີ​ໜຶ່ງ​ໃນ​ຂົງ​ເຂດ​ຈະ​ຫຼວດ​ຂອງ​ໂລກ,​ເຖິງ​ວ່າ​ຈະ​ຫຼວດ​ສົ່ງ​ຍານ​ລະ​ບົບ​"ສາງ​ເຈິ່ງ"​ຂອງ​ຈີນ​ເມື່ອ​ທຽບ​ກັບຈະ​ຫຼວດ​ສົ່ງ​ຍານ​ປະ​ເພດ​ດຽວ​ຂອງ​ອາ​ເມ​ລິ​ກາ​ແລະ​ຣັດ​ເຊຍ​ແລ້ວ​ຍັງ​ມີ​ຄວາມ​ຫຼຸດ​ລື່ນກັນ​ອັນ​ແນ່ນອນ​ກໍ​ຕາມ,​ແຕ່​ພັດ​ດີກ​ວ່າ​ຈະ​ຫຼວດ"​ເອຣຽນ"ຂອງ​ກົມ​ອະ​ວະ​ກາດ​ເອີ​ລົບ​ໜ່ອຍ​ໜຶ່ງ.