ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-07 15:56:51    
ເມືອງ​ພາກ​ໃຕ້​ອີ​ຣັກ​ເກີດ​ເຫດ​ການ​ລະ​ເບີດ​ປະ​ມານ​90​ຄົນ​ເສຍ​ຊີ​ວິດ

cri
ຕາມ​ຂ່າວສານ​ຊິນຮວາ,ວັນ​ທີ6​ມີນາ​ນີ້,ຕຳຫຼວດ​ອີຣັກກ່າວ​ວ່າ,ມື້​ດຽວ​ກັນ,ຢູ່​ຮິ​ລາ​ເມືອງ​ພາກ​ໃຕ້​ຂອງ​ອີ​ຣັກ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼະ​ຊີບ,​ເຮັດ​ໃຫ້​ປະ​ມານ​90​ຄົນ​ເສຍ​ຊີ​ວິດ,​160​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕຳ​ຫຼວດ​ເມືອງ​ຮິ​ລາ​ກ່າວ​ວ່າ,ຕອນ​ທ່ຽງ​ມື້​ດຽວ​ກັນ,​ຜູ່​ຫຼອນ​ໂຈມ​ຕີ​ສອງ​ຄົນ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ຝູງ​ຄົນ​ທີ່​ພວມ​ດຳ​ເນີນ​ກິດ​ຈະ​ກຳ​ທາງ​ສາ​ສະ​ໜາ​ນິ​ກາຍ​ຊີ​ອະ​ແລະ​ດຶງ​ສາຍ​ຊະ​ນວນ​ຂອງ​ລູກ​ລະ​ເບີດ​ທີ່​ຕິດ​ໂຕ,​ເຮັດ​ໃຫ້​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ.

ມື້​ດຽວ​ກັນ,ຢູ່​ຫຼາຍ​ແຫ່ງ​ຂອງ​ອີຣັກ​ເຊັ່ນ​ ຄາ​ບາ​ລາ​ເມືອງ​ພາກ​ໃຕ້​ອີຣັກ​ເປັນ​ຕົ້ນ​ກໍ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ທີ່​ແນ​ໃສ່​ນິກາຍ​ຊີ​ອະ​ທີ່​ໄປ​ນະ​ມັດ​ສະ​ການ,​ເຮັດ​ໃຫ້​8​ຄົນ​ເສຍ​ຊີ​ວິດ,ຢ່າງ​ໜ້ອຍ​ມີ25​ຄົນ​ບາດ​ເຈັບ.