ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-07 15:57:14    
ຈຳ​ນວນ​ທະ​ຫານ​ທີ່​ອາ​ເມ​ລິ​ກາ​ສົ່ງ​ໄປ​ເພີ່ມ​ຕື່ມ​ຢູ່​ອີ​ຣັກ​ຈະ​ລື່ນ​ຄາດ​ໝາຍ​ຢ່າງ​ຫຼວງ​ຫຼາຍ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ6​ມີນາ​ນີ້,ທ່ານ​ຄດັອນ ອິນ​ກະ​ແລນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ປະ​ຈຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຕໍ່​ຄະ​ນະ​ກຳ​ມາ​ທິ​ການ​ງົບ​ປະ​ມານ​ສະ​ພາ​ຕ່ຳ​ວ່າ,​ວັນ​ທີ​10​ມັງ​ກອນ​ຜ່ານ​ມາ​ນີ້,ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ບຸ​ສ​ໄດ້​ປະ​ກາດ​ຈະ​ສົ່ງ​ທະ​ຫານ​ໄປ​ເພີ່ມ​ຕື່ມ​ຢູ່​ອີ​ຣັກ​2​ໝື່ນ​1500​ຄົນ,​ແຕ່​ປັດ​ຈຸ​ບັນ,​ຜູ່​ບັນຊາ​ການ​ທັງ​ຫຼາຍ​ທີ່​ຢູ່​ແນວ​ໜ້າ​ພັດ​ຮຽກ​ຮ້ອງ​ໃຫ້​ສົ່ງ​ກອງ​ທະ​ຫານ​​ໄປ​ເພີ່ມ​ອີກ​ປະ​ມານ​4000​ຮອດ​7000​ຄົນ,​ສະ​ນັ້ນ,​ຈຳ​ນວນ​ທະ​ຫານ​ເພີ່ມ​ທີ່​ອາ​ເມ​ລິ​ກາ​ສົ່ງ​ໄປ​ອີ​ຣັກ​ນັ້ນ​ຈະ​ມີ​ເກືອບ​3​ໝື່ນ​ຄົນ,​ພ້ອມ​ກັນ​ນັ້ນ,​ງົບ​ປະ​ມານ​ໃນ​ແຜ່ນ​ການ​ເພີ່ມ​ ທະ​ຫານ​ກໍ​ໄດ້​ຈາກ​5​ຕື້​600​ລ້ານ​ໂດ​ລາ​ໃນ​ການ​ຄາດ​ຄະ​ເນ​ແຕ່​ເດີມ​ເພີ່ມ​ຂຶ້ນ​ຮອດ​6​ຕື້​600​ລ້ານ​ໂດ​ລາ.

ປັດ​ຈຸບັນ,ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກມີ​ປະມານ1​ແສນ4​ໝື່ນ​ຄົນ.