ປີ2006,ລາຍໄດ້ຂອງຊາວກະສິກອນແລະຊາວລ້ຽງສັດຂອງເຂດຕິເບດຈີນເພີ່ມຂຶ້ນ550ລ້ານຢວນຈາກກິດຈະການປ່າໄມ້
cri
Author: shuo
ຕາມຂ່າວສານຊິນຮວາ:ພະແນກປ່າໄມ້ຂອງເຂດປົກຄອງຕົນເອງຕິເບດຂອງຈີນແຈ້ງຂ່າວ ວ່າ,ໃນປີ2006,ອຸດສາຫະກຳປ່າໄມ້ຂອງເຂດຕິເບດປະກົດມີທ່ວງທ່າພັດທະນາອັນດີງາມ, ລາຍໄດ້ຂອງຊາວກະສິກອນແລະຊາວລ້ຽງສັດຂອງເຂດຕິເບດໄດ້ເພີ່ມຂຶ້ນ550ລ້ານຢວນ ຈາກການສ້າງສາກິດຈະການປ່າໄມ້.
ເຂດຕິເບດມີສິ່ງແວດລ້ອມຊີວະພາບອັນອ່ອນແອ,ອັດຕາປົກຫຸ້ມດ້ວຍປ່າໄມ້ມີແຕ່11%.ພາຍຫຼັງປະຕິບັດໂຄງການອະນຸລັກປ່າທຳມະຊາດແລ້ວ,ຊາວກະສິກອນແລະຊາວລ້ຽງສັດຫຼາຍຄົນໄດ້ຮັບເໝົາພູເຂົາ,ປ່າໄມ້ແລະສວນເພື່ອພັດທະນາເສດຖະກິດປ່າໄມ້.ຕົວເລກສະແດງໃຫ້ເຫັນວ່າ,ປີ2006,ເຂດຕິເບດໄດ້ຜະລິດໝາກໄມ້ສົດແລະໝາກໄມ້ແຫ້ງຊະນິດ ຕ່າງໆ2ໝື່ນກວ່າໂຕນ,ຜະລິດແລະຈຳໜ່າຍຜະລິດຕະພັນທີ່ໄດ້ຈາກປ່າໄມ້ ຄື ເຫັດຊະນິດຕ່າງໆເປັນຕົ້ນ1500ກວ່າໂຕນ,ແຫຼ່ງຜະລິດປ່າໄມ້ເສດຖະກິດກໍໄດ້ມີຂະໜາດອັນແນ່ນອນ.ຜູ້ຮັບຜິດຊອບຂອງພະແນກປ່າໄມ້ຂອງເຂດຕິເບດກ່າວວ່າ,ເຂດຕິເບດມີຊັບພະຍາກອນປ່າໄມ້ທີ່ມີສີສັນພິເສດຢ່າງອຸດົມສົມບູນທີ່ສຸດ,ການທ່ອງທ່ຽວແບບອະນຸລັກໃນປ່າໄມ້ກໍຈະກາຍເປັນຈຸດເຕີບໂຕໃໝ່ຂອງເສດຖະກິດເຂດຕິເບດ.
|
|