ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-08 11:56:27    
ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ​ສິດ​ທິ​ມະ​ນຸດ​ຂອງ​ອາ​ເມ​ລິ​ກາ​ປີ​2006

cri
ຕາມ​ຂ່າວCRI,ວັນ​ທີ8​ມີນາ​ນີ້,​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ບົດ​ບັນ​ທຶກ​ສິດ​ທິ​ມະ​ນຸດ​ຂອງ​ອາ​ເມ​ລິ​ກາ​ປີ​2006,​ເຊິ່ງ​ໄດ້​ຍົກ​ເອົາ​ຕົວ​ຢ່າງ​ຫຼັກ​ຖານ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ບັນ​ຫາ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ໜັກ​ໜ່ວງ​ທີ່​ມີ​ຢູ່​ໃນ​ອາ​ເມ​ລິ​ກາ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ,​ການ​ຕ້ອງ​ໂທດ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ອາ​ເມ​ລິ​ກາ​ໜັກ​ໜ່ວງ​ທີ່​ສຸດ,​ມີ​ຄວາມ​ອັນ​ຕະ​ລາຍ​ເຖິງ​ຄວາມ​ປອດ​ໄພ​ດ້ານ​ຮ່າງ​ກາຍ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ.​ປະ​ກົດ​ການ​ໃຊ້​ສິດ​ຕຳ​ແໜ່ງ​ຢ່າງ​ຊະ​ຊາຍ​ຂອງ​ອາ​ເມ​ລິ​ກາ​ກໍ​ໜັກ​ໜ່ວງ​ສົມ​ຄວນ.​ສະ​ພາບ​ການ​ປະ​ຕິ​ບັດ​ຕໍ່​ຂອງ​ນັກ​ໂທດ​ໃນ​ຄຸກ​ຂີ້​ຮ້າຍ​ຫຼາຍ,​ປະ​ກົດ​ການ​ທໍ​ລະ​ມານ​ນັກ​ໂທດ​ມີ​ຢູ່​ທົ່ວ​ໄປ​.ນອກ​ນີ້,​ການ​ຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ​ແລະ​ດູ​ໝິ່ນ​ເຊື້ອ​ຊາດ​ໄດ້​ຝັງ​ເລິກ​ໃນ​ດິນ​ແດນ​ອາ​ເມ​ລິ​ກາ,​ຜູ່​ມີ​ເຊື້ອ​ຊາດ​ຜິວ​ພັນ​ອື່ນ​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຖືກ​ດູ​ໝິ່ນ​ໃນ​ດ້ານ​ການ​ປະ​ກອບ​ອາ​ຊີບ​ແລະ​ເຮັດ​ວຽກ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້.

ນອກ​ນີ້,ອາ​ເມ​ລິ​ກາ​ຍັງ​ອີງ​ໃສ່​ທ່າ​ແຮງ​ດ້ານ​ການ​ທະຫານ​ຂອງ​ຕົນ,​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນຢ່າງ​ເປີດ​​ແປ​ນ,ຢຽບ​ຫຍ່ຳ​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ອື່ນ​ຢ່າງ​ຮ້າຍ​ກາດ.​ການ​ທາ​ລຸນ​ນັກ​ໂທດ​ຢ່າງ​ເປັນ​ລະ​ບົບ​ໃນ​ສົງ​ຄາມ​ອີ​ຣັກ​ແລະ​ສົງ​ຄາມ​ອັຟ​ກາ​ນີ​ສະ​ຖານ​ຂອງ​ອາ​ເມ​ລິ​ກາ​ໄດ້​ມີ​ຊື່​ສຽງ​ເນົ່າ​ເໝັນ​ມາ​ແຕ່​ດົນ​ແລ້ວ.

ບົດ​ຄວາມ​ທວງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຈົ່ງ​ປະ​ຕິ​ບັດ​ຕໍ່​ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ,​ດັດ​ແກ້​ຄວາມ​ຜິດ​ພາດ​ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ,​ຢຸດ​ຕິ​ການ​ກະ​ທຳ​ເຈົ້າ​ອຳ​ນາດ​ທີ່​ສວຍ​ໃຊ້​ບັນ​ຫາ​ສິດ​ທິ​ມະ​ນຸດ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.

ນີ້​ແມ່ນ​ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ​ສິດ​ທິ​ມະ​ນຸດ​ຂອງ​ອາ​ເມ​ລິ​ກາ​ເປັນ​ປີ​ທີ​8​ລຽນ​ຕິດ