ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-08 19:57:28    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີນ​ມາ​ເລ​ເຊຍ​ເຫັນ​ວ່າ​ລາຍ​ຈ່າຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ເພີ່ມ​ຂຶ້ນ​ບໍ່​ກະ​ທົບ​ເຖິງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,ວັນ​ທີ7​ມີນາ​ນີ້,ທ່ານ​ນາ​ຈິບ ທັນ​ລາ​ຢັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ທີ່​ພວມ​ຢ້ຽມ​ຢາມ​ຢູ່​ຍີ່​ປຸ່ນ​ກ່າວ​ວ່າ,​ຈີນ​ເພີ່ມ​ງົບ​ປະ​ມານ​ລາຍ​ຈ່າຍ​ປ້ອງ​ກັນ​ປະ​ເທດ​ແມ່ນ​ກົມ​ກຽວ​ກັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ,​ຈະ​ບໍ່​ກະ​ທົບ​ກະ​ເທືອ​ນ​ເຖິງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ມື້​ດຽວ​ກັນ,ຢູ່​ທີ່​ໂຕ​ກຽວ,​ພາຍ​ຫຼັງ​ກ່າວ​ປາ​ຖະ​ກະ​ຖາ​ທີ່​ພາດ​​ຫົວ​ເລື່ອງ​ວ່າ ສ້າງ​ສະ​ພາບ​ແວດ​ລ້ອມ​ປອດ​ໄພ​ຮອບ​ດ້ານ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ແລ້ວ,​ທ່ານ​ນາ​ຈິບ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ວ່າ,​ງົບ​ປະ​ມານ​ລາຍ​ຈ່າຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ໃນ​ປີ​ນີ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​17,8%,​ນີ້​ແມ່ນ​ກຽມ​ກຽວ​ກັບ​ການ​ເຕີບ​ໂຕ​ແລະ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ.​ທ່ານ​ເຫັນ​ວ່າ,​ໃນ​ພາຍ​ໜ້າ,​ຈີນ​ຈະ​ສືບ​ຕໍ່​ສຸມ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ,​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ແລະ​ປະ​ເທດ​ອື່ນ​ໆ​ໃນ​ໂລກ​ບໍ່​ຕ້ອງ​ວິ​ຕົກ​ກັງ​ວົນ​ນຳ​ງົບ​ປະ​ມານ​ລາຍ​ຈ່າຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ເພີ່ມ​ຂຶ້ນ,​ຄວນ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ.