|
 |
(GMT+08:00)
2007-03-09 12:05:17
|
 |
ຈີນຈະຕັ້ງ"ຫ້ອງຮຽນຂົງຈື້ທາງວິທະຍຸ"ຢູ່ເຄັນຢາ
cri
Author: shuo
ຕາມຂ່າວCRI:ວັນທີ8ມີນານີ້,ວິທະຍຸສາກົນແຫ່ງປະເທດຈີນກັບຫ້ອງການໜ່ວຍນຳພາການເຜີຍແຜ່ພາສາຈີນໄປສູ່ໂລກແຫ່ງຊາດຈີນໄດ້ເຊັນເອກະສານຢູ່ໄນໂຣບີ ນະຄອນຫຼວງເຄັນຢາ,ຕົກລົງສ້າງຕັ້ງ"ຫ້ອງຮຽນຂົງຈື້ທາງວິທະຍຸເນໂລບີCRI". ໃນພິທີລົງນາມ,ນາງວາງຕົ່ງເມີຍ ຮອງຫົວໜ້າວິທະຍຸສາກົນແຫ່ງປະເທດຈີນເວົ້າວ່າ, "ຫ້ອງຮຽນຂົງຈື້ທາງວິທະຍຸໄນໂຣບີCRI"ຈະອອກອາກາດລາຍການສອນພາສາຈີນໂດຍ ຜ່ານການກະຈຽຍສຽງຢູ່ໄນໂຣບີຂອງວິທະຍຸສາກົນແຫ່ງປະເທດຈີນຢ່າງເຕັມທີ່,ເຜີຍແຜ່ພາສາຈີນແລະວັດທະນະທຳຈີນຕໍ່ວົງການຕ່າງໆຂອງສັງຄົມເຄັນຢາ,ເພື່ອເພີ່ມທະວີມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຕື່ມອີກ.
"ຫ້ອງຮຽນຂົງຈື້ທາງວິທະຍຸ"ແມ່ນການສຶກສາທີ່ບໍ່ມີລັກສະນະທຸລະກິດ,ເຊິ່ງເອົາການສິດສອນທາງວິທະຍຸແລະອິນເຕີເນັດປະສານກັບການສິດສອນໜ້າຕໍ່ໜ້າ,ແລະຖືການສິດສອນພາສາຈີນແລະເຜີຍແຜ່ວັດທະນະທຳຈີນເປັນເປັນຈຸດປະສົງຫຼັກ.
|
|
|