ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-11 20:22:17    
ທ່ານ​ອິສ​ເມ​ວ ຮາ​ນີ​ຢາ​ກ່າວ​ວ່າ ອາ​ທິດ​ໜ້າ​ຈະ​ປະ​ກາດ​ສ້າງ​ຕັ້ງ​ລັດຖະ​ບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສ​ຕີນ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:ວັນ​ທີ 10 ມີນາ​ນີ້,ທ່ານ​ອິສ​ເມ​ວ ຮາ​ນີ​ຢາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຮັກ​ສາ​ການ​ປາ​ເລັສ​ຕີນ​ກ່າວ​ວ່າ,ລັດ​ຖະບານ​ປະສົມ​​ແຫ່ງ​ຊາດ​ປາ​ເລັສ​ຕີນ​ຈະ​ປະກາດ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ພຸດ​ຫຼື​ວັນ​ພະຫັດ​ອາທິດ​ໜ້າ.

ມື້​ດຽວ​ກັນ,​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ໂທລະ​ພາບ​ປາ​ເລັສ​ຕີນ,ທ່ານ​ຮາ​ນີຢາ​ເວົ້າ​ວ່າ,ບັນ​ຊີ​ລາຍ​ຊື່​ລັດ​ຖະ​ບານ​ຊຸດ​ໃໝ່​ຈະ​ຖືກ​ຍື່ນ​ໃຫ້ສະ​ພານິ​ຕິບັນ​ຍັດ​ປາ​ເລັສຕີນ​ໃນ​ວັນ​ເສົາອາ​ທິດໜ້າ​ເພື່ອ​ປ່ອນ​ບັດ​​ໄວ້​ວາງໃຈ.ທ່ານ​ເວົ້າ​ວ່າ,​ເຖິງ​ວ່າຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຜູ້​ເປັນ​ລັດຖະ​ມົນຕີ​ກະຊວງ​ພາຍ​ໃນຍັງ​ບໍ່​ທັນ​ແກ້​ໄຂ​​ໃຫ້​ຕົກ​ເທື່ອ,​ແຕ່​ນີ້​ບໍ່​ເປັນ​ສິ່ງ​ກີດ​ຂວາງ​ການ​ປະ​ກອບ​ລັດຖະ​ບານ​ປະສົມ.

ຄະນະ​ຜູ້​ແທນ​ປາ​ເລັສ​ຕີນທີ່​​ໄປເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສັນນິ​ບາດ​ອາ​ຣັບ​ຈະປະ​ກອບ​ດ້ວຍ​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ແລະ​ທ່ານ​ຮາ​ນີ​ຢາ ນາ​ຍົກ​ລັດ​ຖະ​ມົນ​ຕີປາ​ເລັສ​ຕີນ.