ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-11 20:39:41    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣັກ​ກ່າວ​ວ່າ ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຄວາມ​ປອດ​​ໄພ​ຂອງ​ອີຣັກ​ມີ​ລັກ​ສະ​ນະ​ສ້າງ​ສັນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 10 ມີນາ​ນີ້,ທ່ານ​ໂຮ​ສຢາ ມາຣ​ໂມ​ດ ອານ ຊີ​ບາ​ຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣັກ​ເວົ້າ​ວ່າ,ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ອີຣັກທີ່​ຈັດ​ຂຶ້ນ​ຢູ່​ແບກ​ແດດ​ໃນ​ວັນ​ທີ 10 ມີນາ​ນີ້​ແມ່ນ​ຕັ້ງໜ້າ​ແລະ​ມີ​ລັກສະນະ​ສ້າງສັນ.

ໃນ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວ,ທ່ານ​ຊີ​ບາຣີ​ເວົ້າ​ວ່າ,ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ເຫັນ​ດີ​ສ້າງຕັ້ງສາ​ມຄະນະ​ກຳມະ​ການ,ຫາ​ລື​ບັນຫາ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ ຊາວ​ອົບ​ພະຍົບ​ອີຣັກ​ແລະ​ການ​ສະໜອງ​ພະ​ລັງງານ.​ແຕ່​ຜູ້​ແທນ​ຝ່າຍ​ຕ່າງໆ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ເວລາ​ແລະ​ສະ​ຖານ​ທີ່​ຈັດ​ກອງ​ປະຊຸມ​ລະດັບລັດຖະມົນຕີ​ໃນ​ຕໍ່ໜ້າ.ທ່ານ​ຊີ​ບາຣີ​​ເວົ້າ​ວ່າ,ຈະ​ຫາລື​ກັນກັບ​ຝ່າຍ​ຕ່າງໆ​ຕື່ມ​ອີກກ່ຽວ​ກັບ​ເລື່ອງ​ນີ້.

ໃນ​ກອງ​ປະຊຸມ,ທ່ານ​ເຊີນ​ສຽວ​ຕົ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອີຣັກກໍ່​ໄດ້​ບັນ​ລະ​ຍາຍ​ທັດສະນະ​ຂອງຈີນ.ທ່ານ​ຊີ້​ອອກ​ວ່າ,ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຄວນ​ເພີ່ມ​ທະວີ​ການ​ສົນທະນາ​ຮວມໝູ່​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ ຄວາມ​ປອດ​ໄພ​ແລະ​ເສດ​ຖະກິດ​ເປັນ​ຕົ້ນ,ຊ່ວຍ​ອີຣັກບັນລຸ​ສັນຕິພາບ​ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.ຈີນ​ຕັ້ງໜ້າ​ສະໜັບສະໜູນ​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ອັນສຳຄັນ​ໃນ​ບັນຫາ​ອີຣັກ.