ລັດຖະມົນຕີກະຊວງການຄ້າຈີນກ່າວວ່າການປຶກສາຫາລືກັນແມ່ນແຜນການດີທີ່ສຸດໃນການແກ້ໄຂຄວາມຂັດແຍ່ງດ້ານການຄ້າ
cri
ຕາມຂ່າວCRI,ວັນທີ12ມີນານີ້,ຢູ່ທີ່ປັກກິ່ງ,ທ່ານໂປຊີໄລ ລັດຖະມົນຕີວ່າການກະຊວງການຄ້າຈີນກ່າວວ່າ,ຈີນເຫັນວ່າການປຶກສາຫາລືກັນແມ່ນແຜນການດີທີ່ສຸດໃນການແກ້ໄຂຄວາມຂັດແຍ່ງດ້ານການຄ້າ
ໃນງານຖະແຫຼງຂ່າວຂອງກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນທີ່ຈັດຂຶ້ນໃນມືດຽວກັນ,ທ່ານໂປຊີໄລກ່າວວ່າ,ນັບແຕ່ຈີນເຂົ້າເປັນສະມາຊິກອົງການການຄ້າໂລກມານີ້,ທຸລະກິດການຄ້ານັບມື້ນັບຟົດຟື້ນ.ຄວາມຂັດແຍ່ງດ້ານການຄ້າລະຫວ່າງຈີນກັບຄູ່ການຄ້າຈຳນວນໜຶ່ງໂດຍສະເພາະແມ່ນກັບສະຫະພາບເອີລົບແລະອາເມລິກາໄດ້ເພີ່ມຂຶ້ນ.ເວົ້າລວມແລ້ວ,ໃນເວລາສະຫະພາບເອີລົບອາເມລິກາແລະຄູ່ການຄ້າອື່ນໆມີການຂັດແຍ່ງກັບຈີນໃນດ້ນການຄ້ານັ້ນ,ກໍຫວັງໃຫ້ແກ້ໄຂດ້ວຍວິທີປຶກສາຫາລືກັນ,ຝ່າຍຈີນຊົມເຊີຍທ່າທີດັ່ງກ່າວ.ແຕ່ວ່າ,ໃນບັນຫາຂໍ້ກຳນົດກ່ຽວກັບການນຳເຂົ້າລົດຍົນສຳເລັດຮູບແລະເຄື່ອງອາໄລ່ຊິ້ນສ່ວນລົດຍົນຂອງຈີນນັ້ນ,ຝ່າຍທີ່ກ່ຽວຂ້ອງໄດ້ຟ້ອງຄວາມຂັດແຍ່ງດ້ານການຄ້າໄປຕໍ່ອົງການການຄ້າໂລກ,ຝ່າຍຈີນສະແດງຄວາມເສຍດາຍຕໍ່ເລື່ອງນີ້.
|
|