ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-13 17:12:31    
ຈີນ​ຕັ້ງໜ້າ​​ເຜີຍ​ແຜ່​ລະບອບປະກັນ​ຊີ​ວິ​ຕ່ຳ​ສຸດ​ຢູ່​ຕົວ​ເມືອງ​ແລະ​ຊົນນະບົດ

cri

ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ພວມ​​ເຜີຍ​​ແຜ່​ລະບອບປະກັນ​ຊີວິດ​​ຕ່ຳ​ສຸດ​ຢູ່​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ຢ່າງ​ຕັ້ງໜ້າ, ​ເພື່ອ​ຮັບປະກັນ​ຊີວິ​ດການ​ເປັນ​ຢູ່​ພື້ນຖານ​ຂອງ​ປະຊາຊົນຜູ່​ທຸກ​ຍາກ​​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຢ່າງ​ບັງ​ເກີດ​ຜົນ.

​ໃນງານ​ຖະ​ແຫຼ​ງຂ່າວ​ຂອງກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ5​ສະ​ໄໝ​ທີ​ສິບທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີນາ​ນີ້, ທ່ານ​ຫຼີ້ລີ້​ໂກ່​ວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນກ່າວ​ວ່າ, ອີງຕາມ​ການ​ປະ​ເມີນ​ໂດຍລວມ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງແລະ​ການ​ສ່ອງ​ແສງ​ຂອງ​ສັງຄົມ​, ລະບອບປະກັນ​ຊີວິ​ດຕ່ຳ​ສຸດ​​ໃນ​ຕົວ​ເມືອງ​ຂອງ​ຈີນ​ໄດ້​ຮັບປະກັນ​ທຸກໆ​ຄົນທີ່​ຄວນ​ໄດ້​ຮັບ​ປະ​ກັນແລ້ວ.

ທ່າ​ນ​ເວົ້າ​ວ່າ, ຮອດ​ທ້າຍ​ປີ​ກາຍນີ້, ​ເປົ້າ​ໝາຍ​ຮັບປະກັນ​ຊີວິດ​​ຕ່ຳ​ສຸດ​​ຢູ່​ຕົວ​ເມືອງ​ຈີນ​ໄດ້​ບັນລຸ22​ລ້ານ​ກວ່າ​ຄົນ. ລັດຖະບານ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ໄດ້​ໃຊ້​ງົບປະມານ​ຮັບປະກັນ​ຊີວິ​ດ​ຕ່ຳ​ສຸດ​ຂອງ​ຕົວ​ເມືອງ​ຫຼາຍ​ກວ່າ22​ຕື້​ຢວນ.

ນອກ​ນັ້ນ, ທ່ານ​ຫຼີລີ້​ໂກ່​ວ​ຍັງ​ເວົ້າ​ວ່າ, ຈີນ​ຕັ້ງ​​ເປົ້າ​ໝາຍຈະ​ສ້າງ​ລະບອບ​ປະກັນ​ຊີວິດ ​ຕ່ຳ​ສຸດ​ຢູ່​ຊົນ​ນະ​ບົດ​ຢ່າງຮອບດ້ານ​ໃນ​ຕົ້ນ​ປີ​ນີ້.

ພາຍຫຼັງ​ສ້າ​ງລະບອບ​ປະກັນ​ຊີວິ​ດ​ຕ່ຳ​ສຸດ​ຢູ່​ຊົນນະບົດ​ຢ່າງຮອບດ້ານ​ແລ້ວ, ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາກອນຜູ່​ທຸກ​ຍາກປະມານ21​ລ້ານ​ຄົນ.