ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-13 17:24:51    
ທ່ານ​ເຈຍ​ຊິ້ງ​ລິນ​ກ່າວ​ວ່າ​ຈີນ​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຣ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ມີ​ອະ​ນາ​ຄົດ​ກວ້າງຂວາງ

cri
ຕາມ​ຂ່າວCRI,ວັນ​ທີ13​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈຍ​ຊິ້ງລິນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານ​ໂຮ​ດຶກ​ຫວຽດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ເລ​ຂາ​ສຳ​ນັກ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດ​ນາມ.​ທ່ານ​ເຈຍ​ຊິ້ງ​ລິນ​ກ່າວ​ວ່າ,​ພາຍ​ໃຕ້​ເງື່ອນ​ໄຂ​ປະ​ຫວັດ​ສາດ​ໃໝ່,ຈີນ​ແລະ​ຫວຽດນາມ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຢ່າງ​ມີ​ໄມ​ຕີ​ຈິດ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດນັ້ນ​ມີ​ອະ​ນາ​ຄົດ​ກວ້າງ​ຂວາງ​ທີ່​ສຸດ.

ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ຜູ່​ນຳ​ພັກ​ລັດ​ຈີນ​ແລະ​ຫວຽດ​ນາມ​ໄດ້​ຢ້ຽມ​ຢາມ​ເຊິ່ງກັນ​ແລະ​ກັນ​​ເລື້ອຍໆ,ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ເດັ່ນ​ຊັດ,​ບັນ​ຫາ​ຊາຍ​ແດນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ,​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,​ສອງ​ຝ່າຍ​ກໍ​ໄດ້​ຮັກ​ສາ​ການ​ປະສານ​ງານ​ເປັນ​ຢ່າງ​ດີ.ຝ່າຍ​ຈີນ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ລັດ​ຈີນ​ຫວຽດນາມ.ທ່ານ​​ເຊື່ອ​ວ່າ,​ເມື່ອ​ສອງ​ຝ່າຍ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ແລ້ວ,ຍ່ອມ​ຈະ​ສາມາດ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ຈີນກັບ​ຫວຽດນາມ​ໄປ​ສູ່​ລະ​ດັບ​ຂະ​ຫຍາຍ​ຕົວ​ໃໝ່.

ທ່ານ​ໂຮ​ດຶກ​ຫວຽດກ່າວ​ວ່າ,ຫວຽດນາມ​ຈະ​ເພີ່ມ​ທະວີ​ການ​ພົວ​ພັນ​ຮ່ວມ​ມື​ກັນ​ດ້ວຍ​ໄມ​ຕີ​ຈິດ​ທີ່​ມີ​ມູນ​ເຊື້ອ​ກັບ​ຈີນ,​ພ້ອມ​ທັງ​ຮ່ຳຮຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ເພີ່​ມທະວີ​ຄວາມ​ສາມາດ​ໃນ​ການ​ນຳ​ພາ​ຂອງ​ພັກ​.