ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-15 18:56:55    
ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ຈີນ​ເປັນ​ຄື​ແນວ​ນີ້​ລະ

cri Author: shuohefang

ຕາມ​ຂ່າວCRI: ປະຈຸ​ບັນ​ນີ້, ກອງ​ປະຊຸມປະຈຳ​ປີ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ມີ​ຜູ້​ແທນ​2800ກວ່າ​ຄົນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າ ຮ່ວມ.​ຜູ້​ແທນ​ເຫຼົ່າ​ນີ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ?​ພວກ​ເພິ່ນ​​ເຮັດ​​ແນວ​ໃດ​ເພື່ອ​ຕາງ​ໜ້າ​ຜົນ​ປະ​ໂຫຍດ​ຂອງ​ທ້ອງ​ຖິ່ນ​ທີ່​ຕ່າງ​ກັນ ​ຊັ້ນ​ຄົນ​ຕ່າງ​ກັນ​ແລະ​ຊຸມ​ຊົນ​ຕ່າງ​ກັນ​ຂອງ​ຈີນ,​ແລະ​ເຮັດ​​ແນວ​ໃດ​​​ເຂົ້າ​ຮ່ວມ​ການ​ວາງ​ກົດ​ໝາຍ​ພ້ອມ​ດ້ວຍ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ແຜນ​ນະ​ໂຍ ບາຍ​ໃໝ່​ແຫ່ງ​ຊາດ.​ໃນ​ລາຍ​ການ​ມື້​ນີ້,​ພວກ​ເຮົາ​ຈະ​ແນະນຳ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຫຼາຍ​ຄົນ​ສູ່​ທ່ານ​ຟັງ.

ອາຍຸ​ຕຳ​ແໜ່​ງ​ຂອງ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງຊາດ​ຈີນ​ທຸກ​ສະ​ໄໝ​ແມ່ນ5​ປີ,​ແຕ່​ລະ​ປີ,​ພວກ​ເພິ່ນ​ຕ້ອງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຢູ່​ປັກ​ກິ່ງ.​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ຜູ້​ແທນ​ຈຳ​ນວນ​ໜຶ່ງ​ເວົ້າ​ວ່າ,​ຫຼາຍ​ປີ​ມາ​ນີ້,​ຄວາມ​ສາ​ມາດ​ຂອງ​ພວກ​ເພິ່ນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ຍົກ​ສູງ​ຂື້ນຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ກາຍ​ເປັນ​ຜູ້​ຕາງ​ໜ້າ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ແທ້​ຈິງ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມານັ້ນ​ແມ່ນ​ທ່ານ​ວາງ​ຢວນ​ເຊີງ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ແຂ່ງ​ຝົນ​ໄປ​ສະ​ຖານ​ທີ່​ກໍ່​ສ້າງ​ແຫ່ງ​ໜຶ່ງ​ໃນ​ປັກ​ກິ່ງ​ເພື່ອລົມ​ກັບ​ຊາວ​ກະ​ສິ​ກອນ​ທີ່​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ປັກ​ກິ່ງ,​ເພື່ອ​ຮັບ​ຮູ້​ສະ​ພາບ​​ເຮັດ​ວຽກ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ.ທ່ານ​ວາງ​ຢວນ​ເຊິ​ງ​ແມ່ນ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ທີ່​ມາ​ຈາກ​ແຂວງ​ຊ່ານ​ຕົ່ງ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ສິບ​ກວ່າ​ປີ​ກ່ອນ​ກໍ​ເຄີຍ​ໄປ​ເຮັດ​ວຽກ​ຢູ່​ຕົວ​ເມືອງ.​ດຽວ​ນີ້,​ທ່ານ​ໄດ້​ກາຍ​ເປັນ​ບຸກ​ຄົນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ສູງ,​ແຕ່​ທ່ານ​ຍັງ​ມີ​ຄວາມ​ຮັກ​ແພງ​ອັນ​ພິ​ເສດ​ຕໍ່​ຊາວ​ກະ​ສິ​ກອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕົວ​ເມືອງ.​ທ່ານ​ວາງ​ຢວນ​ເຊິງ​ເວົ້າ​ວ່າ:​ແຕ່ລະ​ປີ ຍັດຕິ​ແລະ​ຂໍ້​ສະ​ເໜີ​ຂອງ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​ການ​ປົກປ້ອງ​​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ.​ຂ້າພະ​ເຈົ້າ​ຮູ້​ວ່າ​ກຸ່ມ​ຊົນ​ນີ້​ຕ້ອງ​ການ​ຄວາມ​ຊ່ອຍ​ເຫຼືອຫຍັງ,​ກຸ່ມ​ຊົນ​ອັນ​​ໄພສານ​​ນີ້,​ແນ່ນອນ​ແລ້ວຕ້ອງ​ການ​ມີ​ຄົນ​ມາ​ເປັນ​ປາກ​ເປັນ​ສຽງ​ແທນ​ເຂົາ​ເຈົ້າ,​ຂ້າພະ​ເຈົ້າ​ເຫັນ​ວ່າ​ຕົນ​ເອງ​ມີ​ໜ້າທີ່​ແລະ​ພັນທະນີ້.

ຜູ້​ແທນ​ສະ​ພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ມີ​ລັກ​ນະ​ສະ​ກວ້າງ​ຂວາງ​ແລະ​ລັກສະ​ນະ​ຕົວ​ແທນ.​ອີງ​ຕາມ​ຂໍ້​ກຳ​ນົດ,​ເຂດ​ຕ່າງໆ ຊັ້ນ​ຄົນ​ຕ່າງໆ​ແລະ​ກຸ່ມ​ປະ​ຊາ​ຊົນ​ຕ່າງໆ​ລ້ວນ​ແຕ່​ຕ້ອງມີ​ຜູ້​ແທນ​ຂອງ​ຕົນ.​ນີ້​ກໍ​ແມ່ນ​ຍ້ອນ​ພິຈາ​ລະນາ​ເຖິງ​ຈຸດປະ​ສົງ​ທີ່​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ເຂດ​ຕ່າງໆ ຊັ້ນ​ຄົນ​ຕ່າງໆ​ແລະ​ກຸ່ມຊົນ​ຕ່າງໆ.

ເຜົ່າ​ເມິນ​ປ່າຕັ້ງ​ພູມ​ລຳ​ເນົາ​ຢູ່​ເຂດ​ລິນ​ຈື່​ແລະ​ເຂດ​ສ່ານ​ນານ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ມີ​ປະ​ຊາ​ກອນ​8000​ກວ່າຄົນ.​ແຕ່​ພວກ​ເຂົາ​ເຈົ້າ​ກໍ​ມີ​ຜູ້​​ແທນ​ສະພາ​ຂອງ​ຕົນ ຄື ທ່ານ​ໄບ​ຕ່ານ​ໂຊ້ວມູ.​ເພິ່ນ​ເວົ້າ​ພາສາ​ຮັ້ນ​ບໍ່​ຫຼ່ຽນ​ໄຫຼປານ​ໃດ,​ເມື່ອ​ປີ2003ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ປະຊາ​ຊົນຢູ່​ປັກ​ກິ່ງ​ເປັນ​ຄັ້ງ​ທຳ​ອິດ,​ກໍ​ບໍ່​ກ້າປະ​ກອບຄຳ​ຄິດຄຳ​ເຫັນ​ປານ​ໃດ. ລາວ​ເວົ້າວ່າ:

"ສອງ​ສາມປີ​ມາ​ນີ້,ມີ​ຄວາມ​ກ້າວ​ໜ້າ​ຫຼາຍ,​ໄດ້​ມີ​ຂໍ້​ສະ​ເໜີ​ບໍ່​ໜ້ອຍ,​ຕົວ​ຢ່າງ​ຄື​ສ້າງ​ທາງ​ແລະ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເປັນ​ຕົ້ນ.​ປັດ​ຈຸ​ບັນ,​ຂໍ້​ສະ​ເໜີ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ແລ້ວ.​ຂ້ອຍ​ຮູ້​ສຶກ​ດີ​ໃຈ​ຫຼາຍ.​ກ່ອນ​ຂ້ອຍ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ,​ກໍ​ມີ​ປະ​ຊາ​ຊົນ​ມາ​ເຮືອນ​ຂ້ອຍ​ເພື່ອ​ສະ​ເໜີ​ບັນ​ຫາ."

ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແມ່ນ​ມາ​ຈາກ​ທຸກໆ​ຂະ​ແໜງ​ການ,​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ແມ່ນ​ຜູ່​ແທນ​ຂອງ​ຂະ​ແໜງ​ຂອງ​ຕົນ,ຍັງ​ແມ່ນ​ຜູ່​ສົນ​ໃຈ​ນຳ​ຜົນ​ປະ​ໂຫຍ​ດຂອງ​ທົ່ວ​ປວງ​ຊົນ.​ທ່ານ​ນາງ​ນານ​ຊຸ້ນ​ຈີ່ ຜູ່​ແທນ​ປະຊາຊົນ​ຂອງ​ແຂວງ​ຈີ​ລິນ​ແມ່ນ​ຜູ່​ຮັບ​ຜິດ​ຊອບ​ຂອງ​ວິ​ສາ​ຫະ​ກິດ​ຜະລິດ​ເຈ້ຍ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ຈີ​ລິນ,ນາງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເສດຖະກິດ​ໝູນວຽນ.ນາງ​ກ່າວ​ວ່າ,ຍ້ອນ​ວ່າ​ນາງ​ໄດ້​ສ​ະ​ເໜີ​ໃຫ້​ພັດ​ທະ​ນາ​ເສດ​ຖະ​ກິດ​ໝູນ​ວຽນ,​ສະ​ນັ້ນ,ພະ​ແນ​ກທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ນາງ​ໂດຍ​ຕະຫຼອດ.​ສ່ວນ​ໃນ​ການ​ຜະ​ລິດ​ແລະ​ທຸລະ​ກິດ​ຂອງ​ວິ​ສາ​ຫະ​ກິດ ​ຕົນ,​ນາງ​ກໍ​ເລີ່ມ​ປະ​ຕິ​ບັດ​ຕາມ​ຮູບ​ແບບ​ເສດ​ຖະ​ກິດ​ໝູນ​ວຽນ ຄື​ໃນ​ເມື່ອ​ກ່ອນ​ໃຊ້​ແຕ່​ໄມ້,​ແຕ່​ດຽວ​ນີ້​ແມ່ນ​ເກັບ​ ໜັງ​ສື​ພິມ​ເກົ່າ​ຄືນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ເປັນ​ວັດ​ຖຸ​ດິບ​ ຜະ​ລິດ​ເຈ້ຍ.​ເຈ້ຍ​ໜັງ​ສື​ພິມ​ທີ່​ວິ​ສາຫ​ະກິດ​ຂອງ​ນາງ​ຜະ​ລິດ​ນັ້ນ​ມີ​85%​ແມ່ນ​ໃຊ້​ໜັງສືພິມ​ເກົ່າ​ເປັນ​ວັດຖຸ​ດິບ.