ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-15 19:03:10    
ຈີນ​ຈະ​ສົ່ງ​ດາວ​ທຽມ​ອ້ອມ​ດວງ​ຈັນ​ໃນ​ທ້າຍ​ປີ​ນີ້

cri
ຕາມໜັງສືພິມ​ຈິ່ງ​ຮວາ​ສື​ປ້າວ​ຂອງ​ຈີນ​ສະບັບ​ວັນ​ທີ​15​ມີ​ນາ​ນີ້,​ຫວ່າງ​ມໍ່ໆ​ນີ້,​ຢູ່​ທີ່​ປັກ​ກິ່ງ,​ເຈົ້າ​ໜ້າ​ທີ່​ຂອງ​ຄະນະ​ກຳ​ມະ​ການ​ອຸດ​ສາ​ຫະ​ກຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຈະ​ສົ່ງ​ດາວ​ທຽມ​ອ້ອມ​ດວງ​ຈັນ"ສາງ​ເອີ​ເລກ1"​ເຂົ້າ​ສູ່​ວົງ​ໂຄ​ຈອນ​ດວງ​ຈັນ​ໃນ​ຫົກ​ເດືອນ​ທ້າຍ​ປີ​ນີ້.

ເຈົ້າ​ໜ້າ​ທີ່ຜູ່​ນີ້​ກ່າວ​ວ່າ,​ໂດຍ​ອາ​ໃສ​ກຳ​ລັງ​ຂອງ​ຕົນ,​ຈີນ​ໄດ້​ໃຊ້​ເວ​ລາ​3​ປີ,​ຄົ້ນ​ຄວ້າ​ຜະ​ລິດ​ດາວ​ທຽມ"ສາງ​ເອີ​ເລກ1"​ພ້ອມ​ດ້ວຍ​ລະ​ບົບ​ຄົບ​ຊຸດ.​ເມື່ອ​ທຽບ​ກັບ​ປະ​ເທດ​ອື່ນ​ແລ້ວ,​ຄວາມ​ໄວ​ດັ່ງ​ກ່າວ​ແມ່ນ​ໄວ​ທີ່​ສຸດ​.

ປັດຈຸບັນ,ວຽກ​ງານ​ກະກຽມ​ທຸກ​ດ້ານ​ຂອງ​ດາວ​ທຽມ"ສາງ​ເອີ​ເລກ1"​ພວມ​ດຳ​ເນີນ​ໄປ​ຕາມ​ແຜນ​ການ,​ກະ​ວ່າ​ຈະ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ໄລ​ຍະ​ຫົກ​ເດືອນ​ທ້າຍ​ປີ​ນີ້.