ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-16 12:23:49    
ຄະນະ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງປາ​ເລັສ​ຕີນ​ໄດ້​ສຳ​ເລັດ​ການ​ປະ​ກອບ

cri Author: cai
ຕາມ​ຂ່າວ CRI:​ວັນ​ທີ 15 ມີນາ​ນີ້,ທ່ານ​ອິສ​ເມ​ວ ຮາ​ນີ​ເຢ ນາຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ຮັກ​ສາ​ການ​ປາ​ເລັສ​ຕີນ​ໄດ້​ຍື່ນ​ບັນຊີ​ລາຍ​ຊື່​ສະມາ​ຊິກລັດ​ຖະ​ບານ​ປະສົມ​ແຫ່ງ​ຊາດ​ໃຫ້​ທ່ານມຸ​ດ ອັບ​ບາສ ປະ​ທານ​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ແລະ​ໄດ້​ຮັບ​ການ​ອະນຸມັດ​ແລ້ວ.ລັດ​ຖະ​ບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ຄາດ​ວ່າຈະ​ສ້າງ​ຕັ້ງຂຶ້ນ​ໃນມໍ່ໆ​ນີ້.ມື້​ດຽວ​ກັນ,ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ທະຍອຍ​ກັນ​ສະ​ແດງ​ທັດສະນະ​ຕໍ່​ເລື່ອງ​ນີ້.

ໃນ​ສະ​ມາຊິກ​ລັດຖະ​ບານ​ປະສົມ​ແຫ່ງ​ຊາດ​ປາ​​ເລັສ​ຕີນ,ມີ 9 ທ່ານ​ມາ​ຈາກ​ອົງ​ການ​ຮາ​ມັສ, 6 ທ່ານ​ມາ​ຈາກອົງການ​ອານ​ຟາ​ດາ.ອີກ 10 ທ່ານ​ມາ​ຈາກ​ພັກ​ຝ່າຍ​ອື່ນ​ໆຫຼື​ບຸກຄົນ​ເອກະລາດ​ຂອງ​ປາ​ເລັສຕີນ.

ວັນ​ທີ 15 ມີນາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ,​ເນື່ອງ​ຈາກ​ວ່າ​ຮ່າງ​ໂຄງ​ການ​ການ​ເມືອງ​ຂອງ​ລັດຖະ​ບານ​ຊຸດ​ໃໝ່ປາ​ເລັສ​ຕີນ​ບໍ່​ໄດ້​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ສີ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບບັນ​ຫາ​ຕາ​ເວັນ​ອອກກາງ,ອິສຣາ​ແອນ​ຈະ​ບໍ່ຮັບຮອງ​ຖານະ​ຂອງ​ລັດຖະ​ບານ​ຊຸດ​ໃໝ່​ຂອງ​ປາ​ເລັສ​ຕີນ.

ທ່ານ​ໂທ​ນີ ສ​ໂນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້​ທ່ານ​ອັບ​ບາສ​ຊອກ​ຫາ​ວິທີ​ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ເຈລະຈາ​ສັນຕິ​ພາບ​ລະຫວ່າງ​ປາ​ເລັສ​ຕີນ​ກັບ​ອິສຣາ​ແອນຕາມ​ເຈດ​ຈຳນົງ​ຂອງ​ສີ່​ຝ່າຍ​ທີ່​ກ່ຽວຂ້ອງ​ກັບບັນ​ຫາ​ຕາ​ເວັນ​ອອກ​ກາງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ.

ທ່ານ​ມິກ​​ແຮ​ວ ຄາ​ມີ​ນີນ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ,ການ​ສ້າງ​ຕັ້ງ​ລັດຖະ​ບານ​ປະສົມ​ແຫ່ງ​ຊາດ​ນັ້ນ,​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ພາກ​ສ່ວນ​ຕ່າງໆ​ຂອງ​ປາ​ເລັສຕີນ​ກັບ​ປະຊາ​ຄົມ​ໂລກ​ແລະ​ຊຸກຍູ້​ການ​ເຈລະຈາ​ລະ​ຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ.

ທ່ານອາ​ເມີ ​ໂມ​ສຊາ ​ເລຂາທິ​ການ​ໃຫຍ່​ສັນນິ​ບາດ​ອາ​ຣັບ​ອອກ​ຖະ​ແຫຼ​ງການ​ວ່າ,ການ​ປະ​ກອບ​ລັດຖະ​ບານ​ປະສົມ​ນັ້ນ​ສາມາດ​ຊ່ວຍ​ຜ່ອນ​ຄາຍ​ສະຖານະ​ການ​ເຄັ່ງ​ຕຶງ​ບົນດິນ​ແດນ​ປາ​ເລັສຕີນ,​ແລະ​ຟື້ນ​ຟູ​ຂະ​ບວນການ​ສັນຕິພາບ​ໃນຕາ​ເວັນ​ອອກ​ກາງຄືນ​ໃໝ່.