ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-16 12:52:24    
ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ອັດ​ລົງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ແລະ​ກົດ​ໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​ໄດ້​ຖືກ​ຮັບ​ຮອງ​ຢ່າງ​ສະ​ດວກ

cri

ຕາມ​ຂ່າວcri:ວັນ​ທີ16 ມີນາ,ກອງ​ປະຊຸມ​ປະຈຳ​ປີຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນທີ່​ດຳ​ເນີນ​ມາ11ມື້​ເຄິ່ງ​ໄດ້ອັດ​ລົງ​ຢູ່​ປັກ​ກິ່ງ.ກ່ອນ​ອັດ​ລົງ,ກອງ​ປະຊຸມ​ໄດ້​ລົງມະຕິ​ຜ່ານຮັບຮອງຮ່າງກົດໝາຍ​ວ່າ​ດ້ວຍສິດ​ຊັບ​ສິນ​ແລະກົດໝາຍ​ວ່າ​ດ້ວຍອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​,​ແລະ​ໄດ້​ອະນຸມັດບົດ​ລາຍ​ງານວຽກ​ງານລັດຖະບານ​ໂດຍ​ໄດ້​ສຳ​ຫຼວດ​ພິຈາລະນາ​ແລະ​ດັດ​​ແກ້​ທີ່​ຜູ່​​ແທນ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

ກົດໝາຍວ່າ​ດ້ວຍສິດ​ຊັບ​ສິນ​ແມ່ນ​ກົດໝາຍ​ສຳຄັນ​ທີ່​ມີ​ບົດບາດ​ຄ້ຳ​ຊູ​ໃນ​ລະ​ບົບ​ກົດໝາຍ​ຂອງ​ຈີນ,ກົດໝາຍ​ນີ້​ປົກ​ປ້ອງ​ສິດຊັບ​ສິນຂອງ​ສ່ວນ​ລວມ​ແລະຂອງ​ເອກະ​ຊົນຢ່າງ​ສະ​ເໝີ​ພາບ,ບູລະນະ​ລະ​ບອບປົກ​ປ້ອງຊັບ​ສິນ​ສ່ວນ​ບຸກຄົນ​ຂອງ​ຈີນ​ໃຫ້​ສົມບູນ​ຂຶ້ນ.ອີງ​ຕາມ​ກົດໝາຍວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດທີ່​​ໄດ້​ຖືກ​ຮັບຮອງ​ໃໝ່,ຈີນ​ໄດ້​ດັດ​ແປງ​ວິທີ​ທີ່​ແຍກອອກ​ເກັບ​ອາກອນລາຍ​ໄດ້​ຂອງ​ວິ​ສາ​ຫະກິດຂອງ​ຈີນ​ແລະ​ຂອງຕ່າງປະ​ເທດຕາມອັດຕາ​ອາກອນ​ຕ່າງ​ກັນ​ແລ້ວ,​ເກັບ​ຕາມ​ອັດຕາ​ອາກອນດຽວ​ຄື25%.

ຕາມ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່​ຮັບ​ອະ​ນຸມັດຈາກ​ກອງ​ປະຊຸມ​ສະພາ,ລັດຖະບານ​ຈີນ​ຈະ​ພະ​ຍາ​ຍາມຫຼຸດຄວາມ​ຜິດ​ໂຕນ​ດ້ານລະດັບ​ຊີວິດການ​ເປັນ​ຢູ່​ລະຫວ່າງ​ເມືອງ​ກັບ​ຊົນນະບົດ,​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ສ້າງ​ຕັ້ງ​ລະບອບ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ລະດັບຕ່ຳ​ສຸດ​ຢູ່ຊົນນະບົດ;ຍັງ​ຈະ​ພະຍາຍາມ​ຜ່ອນຄາຍ​ຂໍ້​ຂັດ​ແຍ່ງ​ໄດ້​ປຽບ​ດຸນ​ກາ​ນຄ້າ,​ແລະ​ໃຊ້​ມາດ​ຕະການຫຼາຍ​ດ້ານ​ປົວ​ແປງ​ສະພາບ​ບູ່​ດຸນ​ດຽງ​ກັນ​ລະຫວ່າງລາຍ​ຮັບ​ລາຍ​ຈ່າຍ​ສາກົນຢ່າງ​ເປັນ​ລຳດັບ​;​ບົນ​ພື້ນຖານ​ສັບ​ຊ້ອນ​ອົງ​ປະກອບ​ໃຫ້​ດີ​ຂຶ້ນ,ຍົກ​ສູງ​ປະສິດທິຜົນ,ຫຼຸດການ​ສິ້ນ​ເປືອງ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ,ຈີນ​ວາງ​ຄາດໝາຍ​ເຕີບ​ໂຕເສດຖະກິດ​ຈີນ​ໃນ​ປີ​ນີ້​ຢູ່​ລະຫວ່າງ8%.