ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-16 17:57:11    
ກ້າວ​ໜ້າ​ໄປ​ຕາມ​ທິດ​ຍຸດ​ຕິ​ທຳ​ແລະ​ມີ​ປະ​ຊາ​ທິ​ປະ​ໄຕ

cri Author: fangheshuo

CRIລາຍ​ງານ​ວ່າ:ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອັດ​ລົງ​ໃນ​ວັນ​ທີ16​ແລະ​ວັນ​ທີ​15​ມີ​ນາ​ນີ້.​ກອງ​ປະ​ຊຸມ​ຂອງ​ສອງ​ສະ​ພາ​ດັ່ງ​ກ່າວ​ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອ​ໄດ້​ໂຮມ​ສູນ​ສ່ອງ​ແສງ​ໃຫ້​ເຫັນ​ການ​ເມືອງ​ປະ​ຊາ​ທິ​ປະ​ຕິ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,​ແມ່ນ​ປ່ອງ​ຢ້ຽມ​ດີ​ທີ່​ສຸດ​ເພື່ອ​ເບິ່ງ​ຊີ​ວິດ​ການ​ເມືອງ​ແລະ​ທິດ​ຂະ​ຫຍາຍ​ຕົວ​ຂອງ​ຈີນ.​ສ່ວນ​ການ​ຊຸກ​ຍູ້​ສັງ​ຄົມ​ຈີນ​ກ້າວ​ໜ້າ​ໄປ​ຕາມ​ທິດ​ທີ່​ຍຸດ​ຕິ​ທຳ​ແລະ​ມີ​ປະ​ຊາ​ທິ​ປະ​ໄຕ​ແມ່ນ​ຂ່າວ​ຄາວ​ທີ່​ເດັ່ນ​ທີ່​ສຸດ​ທີ່​ສົ່ງ​ມາ​ຈາກ​ປ່ອງ​ຢ້ຽມ​ດັ່ງ​ກ່າວ​ໃນ​ປີ​ນີ້.

ກ່ອນກອງ​ປະຊຸມ​ຂອງ​ສອງ​ສະພາ​ໄຂ​ຂຶ້ນ,​ໃນ​ບົດ​ຄວາມ​ບົດ​ໜຶ່ງ,​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຊີ້​ອອກ​ວ່າ,​ໜ້າ​ທີ່​ສຳ​ຄັນ​ສອງ​ຢ່າງ​ຂອງ​ສັງ​ຄົມ​ຈີນ​ປັດຈຸບັນ​ແມ່ນ​ປົດ​ປ່ອຍ​ແລະ​ພັດ​ທະ​ນາ​ກຳລັງ​ການ​ຜະ​ລິດ​ແລະ​ເຮັດ​ໃຫ້​ສັງ​ຄົມ​ມີ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາ​ມ​ເປັນ​ທຳ​ເທື່ອ​ລະ​ກ້າວ.ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂັ້ນ​ນຳ​ສູງ​ສຸດ​ຂອງ​ຈີນ​ຍົກ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ຂອງ​ສັງ​ຄົມ​ໃຫ້​ສູງ​ເຖິງ​ລະ​ດັບ​ດຽວ​ກັນ​ກັບ​ການ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ,​ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຂໍ​ກະ​ແຈ​ແລະ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ຍຸດ​ຕິ​ທຳ​ທີ່​ມີ​ຕໍ່​ສັງ​ຄົມ​ຈີນ​ປັດ​ຈຸ​ບັນ.

ສະ​ນັ້ນ,​ມັນ​ຈິ່ງ​ເປັນ​ເລື່ອງ​ແນ່ນອນ​ທີ່​ທ່ານ​ເວິ່ນ​ເຈ່ຍ​ປາວ​ຈິ່ງ​ໄດ້​ຖື​ການ​ແກ້​ໄຂ​ບັນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ຄວາມ​ຍຸດ​ຕິ​ທຳ​ຂອງ​ສັງຄົມ​ນັ້ນ​ເປັນ​ເນື້ອ​ໃນ​ຈຸດ​ໜັກ​ຂອງ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ໃນ​ປີ​ນີ້.​ສ້າງ​ລະ​ບອບ​ປະ​ກັນ​ຊີ​ວິດ​ລະ​ດັບ​ຕ່ຳ​ສຸດ​ຢູ່​ຊົນ​ນະ​ບົດ​ທົ່ວ​ປະ​ເທດ,​ຕັ້ງ​ໜ້າ​ປະ​ຕິ​ບັດ​ລະ​ບອບ​ຮ່ວມ​ມື​ປິ່ນປົວ​ແບບ​ໃໝ່​ຂອງ​ຊົນ​ນະ​ບົດ,​ເລັ່ງ​ລັດ​ສ້າງ​ລະ​ບອບ​ປະ​ກັນ​ສັງ​ຄົມ​ທີ່​ສອດ​ຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ,​ການ​ເງິນ​ສູນ​ກາງ​ຈີນ​ໄດ້​ໃຊ້​ງົບ​ປະ​ມານ​9​ຕື້​500​ລ້ານ​ຢວນ​ເພື່ອ​ໃຊ້​ເປັນ​ເງິນ​ອຸດ​ໜູນ​ການ​ສຶກ​ສາ​ແລະ​ທຶນ​ສຶກ​ສາ,​ຍົກ​ເວັ້ນ​ຄ່າ​ຮຽນ​ແລະ​ຄ່າ​ຕ່າງໆ​ໃນ​ໄລ​ຍະ​ການ​ສຶກສາ​ພາກ​ບັງ​ຄັບ​ຢ່າງ​ຮອບ​ດ້ານ​ຢູ່​ຊົນ​ນະ​ບົດ,​ແລະ​ອື່ນໆ.​ໃນ​ໄລ​ຍະ​ປະ​ຊຸມ,​ຫົວ​ຂໍ້​ຕ່າງໆ​ທີ່​ພົວ​ພັນ​ເຖິງ​ຄວາມ​ຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ທາງ​ສັງ​ຄົມ,​ເຊັ່ນ ການ​ພັດ​ທະ​ນາ​ຊົນ​ນະ​ບົດ ການ​ສຶກ​ສາ ລາ​ຄາ​ເຮືອນ​ຢູ່​ສູງ​ຂຶ້ນ ບັນ​ຫາ​ປະຕິ​ຮູບ​ການ​ປິ່ນ​ປົວ​ເປັນ​ຕົ້ນ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ໃນ​ການ​ປຶກ​ສາ​ຫາ​ລື​ກັນ​ຂອງ​ຜູ້​ແທນ​ປະ​ຊາ​ຊົນ​ແລະ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​.

ກອງ​ປະຊຸມ​ປະຈຳ​ປີນີ້​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ສຳ​ຫຼວດ​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ​ກົດໝາຍ​ທີ່ສຳຄັນ​ສອງ​ສະບັບ,​ຄື ກົດໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ແລະ​ກົດ​ໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະ​ກິດ, ໄດ້​ຕອບ​ສະ​ໜອງ​ຢ່າງ​ແຂງ​ແຮງ​ຕໍ່​ສຽງ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ຍຸດ​ຕິ​ທຳ​ເຊິ່ງ​ນັບ​ມື້​ນັບ​ດັງ​ຂຶ້ນ​ຢູ່​ສັງ​ຄົມ​ຈີນ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້.​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ໄດ້​ສະ​ໜອງ​ການ​ປົກ​ປ້ອງ​ໃຫ້​ແກ່​ຊັບ​ສິນ​ສ່ວນ​ຕົວ​ແລະຊັບ​ສິນ​ສ່ວນ​ລວມ​ຢ່າງ​ສະ​ເໝີ​ພາບ​ກັນ,ມີ​ຫວັງ​ຈະ​ສ້າງ​ລະບຽບ​ເສດ​ຖະກິດ​ບົນ​ພື້ນ​ຖານ​ສິດ​ຊັບ​ສິນ.​ສ່ວນ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະ​ກິດ ​ໄດ້​ທ້ອນ​ໂຮມ​ລະ​ບອບ​ອາ​ກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະກິດ​ຈີນ​ແລະ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ຢູ່​ໃນ​ສະ​ພາບ​ບໍ່​ສະ​ເໝີ​ພາບ​ກັນ​ຢ່າງ​ຍາວ​ນານ​ນັ້ນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ,​ໄດ້​ອຳນວຍ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງ​ຂັນ​ໃນ​ຕະ​ຫຼາດ​ທີ່​ຍຸດ​ຕິ​ທຳ​ກວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທັງ​ໝົດ​ຢູ່​ຈີນ.​ໃນ​ນັ້ນ,​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ແມ່ນ​ຮ່າງ​ກົດ​ໝາຍ​ທີ່​ຖືກ​ພິ​ຈາ​ລະ​ນາ​ຫຼາຍ​ກວ່າ​ໝູ່​ໃນ​ປະ​ຫວັດ​ການ​ສ້າງ​ກົດ​ໝາຍ​ຂອງ​ຈີນ.​ໃນ​ຂະ​ບວນ​ການ​ດັ່ງ​ກ່າວ,​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ຮ່າງ​ກົດ​ໝາຍ​ທັງ​ໝົດ​ຕໍ່​ທົ່ວ​ສັງ​ຄົມ,​ໄດ້​ຮັບ​ຄວາມ​ເຫັນ​1​ໝື່ນ​ກວ່າ​ສະ​ບັບ​ຈາກ​ປະ​ຊາ​ຊົນ.​ຄວນ​ເວົ້າ​ວ່າ,​ຂະ​ບວນ​ການ​ຈາກ​ການ​ຮ່າງ​ຮອດ​ການ​ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ນີ້​ເອງ,​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລະດັບ​ປະຊາ​ທິປະ​ໄຕ​ຂອງ​ຈີນ​ໄດ້​ສູງ​ຂຶ້ນ.

ໃນກອງ​ປະຊຸມ​ສອງ​ສະພາ​ຄັ້ງນີ້,ຜູ້​ແທນ​ສະພາ​ປະຊາຊົນ​ແລະ​ກຳມະການ​ສະ​ພາ​ປຶກ​ສາ​ການ​ເມືອງ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຕ່າງ​ກັນ​ໂດຍ​ປິ່ນ​ອ້ອມ​ຫຼາຍ​ບັນ​ຫາ,​ສະ​ເໜີ​ຍັດ​ຕິ​ທີ່​ກ່ຽວ​ກັບ​ເນື້ອ​ໃນ​ດ້ານ​ຕ່າງໆ ຄື​ການ​​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ ການ​ຕ້ານ​ການ​ຜູກ​ຂາດ ການ​ຊຸກ​ຍູ້​ປະ​ຊາ​ທິ​ປະ​ໄຕ​ໃນ​ຂັ້ນ​ຮາກ​ຖານ​ແລະ​ການ​ກະ​ກຽມ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ເປັນ​ຕົ້ນ.​ພາ​ຫະ​ນະ​ເຜີຍ​ແຜ່​ທີ່​ທັນ​ສະ​ໄໝ​ກໍ​ເຮັດ​ໃຫ້​ການ​ມີ​ສ່ວນ​ຮ່ວມ​ແບບ​ປະ​ຊາ​ທິ​ປະ​ໄຕ​ອຸ​ດົມ​ສົມ​ບູນ​ກວ່າ​ເກົ່າ,ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແລະ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ໄດ້​ທ້ອນ​ໂຮມ​ປະ​ຊາ​ມະ​ຕິ​ຢູ່​ເທິງ​ອິນ​ເຕີ​ເນັດ,​ຊາວ​ອິນ​ເຕີ​ເນັດ​ໄດ້​ຖາມ​ບັ​ນຫາ​1​ແສນ​2​ໝື່ນ​ຂໍ້​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ຜູ້​ແທນ​ສະພາ​ປະຊາຊົນ​ແລະ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ກໍ​ໄດ້​ຕິ​ຕຽນ​ບາງ​ພາກ​ສ່ວນ​ລັດ​ຖະ​ບານ​ແລະ​ບາງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ເຮັດ​ວຽກ​ບໍ່​ດີ​ພໍ,​ບັງ​ຄັບ​ໃຫ້​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຫຼາຍ​ຄົນ​ສະ​ແດງ​ຄວາມ​ຂໍ​ອະ​ໄພ​ຫຼື​ຮັບ​ສາ​ລະ​ພາບ​ຜິດ​​ຕໍ່​ປະ​ຊາ​ຊົນ​ຢ່າງ​ເປີດ​ເຜີຍ​ຍ້ອນ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ແລະ​ຄວາມ​ບໍ່​ດີ​ພໍ​​ໃນ​ວຽກ​ງານ​ຂອງ​ຕົນ.​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ,​ກອງ​ປະ​ຊຸມ​ສອງ​ສະ​ພາ​ນັບ​ມື້​ນັບ​ສົມ​ບູນ​ຂຶ້ນ,​ແລະ​ຊຸກ​ຍູ້​ການ​ເມືອງ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ.