ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-17 17:34:37    
ປະ​ຊາ​ຄົມ​ໂລກ​ສືບ​ຕໍ່​ເອົາ​ໃຈ​ໃສ່​ນຳ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ​ໃນ​ຫລາຍ​ມື້​ມາ​ນີ້,ວົງ​ການ​ຕ່າງໆ​ຂອງ​ສາ​ກົນ​ໄດ້​ສົນ​ໃຈ​ທີ່​ສຸດ​ບົດ​ບາດ​ລາຍ​ວຽກ​ງານ​ລັດ​ຖະ​ບານ​ທີ່​ກ່າວ​ໂດຍ​ທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ກອງ​ປະ​ຊຸມ​ສະ​ພາ​ຜູ່​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພິ​ຈາ​ລະ​ນາ​​ແລະ​ຜ່ານ​ກົດ​ຫມາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ແລະ​ກົດ​ຫມາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະ​ກິດ.

​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ເຈົ້າ​ຫນ້າ​ທີ່​ກະ​ຊວງ​ເສດ​ຖະ​ກິດ​ຂອງ​ ໂຮ​ນລັງ​ໄດ້​ຍ້ອງ​ຍໍ​ກອງ​ປະ​ຊຸມ​ສະ​ພາ​ຜູ່​ແທນ​ປະ​ຊາ​ຊົນ​ຈີນ​ພິ​ຈາ​ລະ​ນາ​ຜ່ານ​ຮ່າງ​ກົດ​ຫມາຍ​ວ່າ​ດ້ວຍ​ອາ​ກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະ​ກິດ​,​ເຫັນ​ວ່າ​ນີ້​ຈະ​ເຮັດ​ໃຫ້ການ​ແກ່ງ​ແຍ່ງ​ຢູ່​ຕະ​ຫລາດ​ຈີນ​ຍຸດຕິ​ທຳ​ກວ່າ​ເກົ່າ,​ແລະ​ຈະ​ຊ່ອຍ​ວິ​ສາ​ຫະກິດ​ຈີນ​ມີ​ກຳລັງ​ແກ່ງ​​ແຍ່ງ​ຫລາຍ​ຂຶ້ນ​ໃນ​​ໂລກ.

ວາ​ລະ​ສານ Economist ສະ​ບັບ​ຫລ້າ​ສຸດ​ຂອງ​ອັງ​ກິດ​ໄດ້​ພິມ​ບົດ​ຄວາມ​ວ່າ: ຈີນ​ວາງ​ກົດ​ຫມາຍ​ວ່າ​ດ້ວຍ​ສິດ​ຊັບ​ສິນ​​​ແມ່ນ​ໄຊ​ຊະ​ນະ​ທີ່​ມີ​ຄວາມ​ຫມາຍ​ເປັນ​ສັນຍາ​ລັກ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ປະຕິ​ຮູບ​ເສດ​ຖະ​ກິດ​ແລະ​ການ​ປົກຄອງ​ດ້ວຍ​ກົດ​ຫມາຍ,ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ນັບ​ມື້​ນັບ​ຟັງສຽງ​ຂອງ​ປະຊາ​ຊົນ. ຫນັງ​ສື​ພິມ Financial times ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ: ຈີນ​ວາງ​ກົດ​ຫມາຍ​ວ່າດ້ວຍ​ສິດ​ຊັບ​ສິນ​ສະ​ແດງ​ໃຫ້​ເຫັນ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ຖື​ລະບອບ​ກຳ​ມະ​ສິດ​ສ່ວນ​ລວມ​ເປັນ​ອັດ​ຕະ​ພາບ,ພ້ອມ​ກັນ​ນັ້ນ​ກໍ່​ໄດ້ຕີ​ຄວາມ​ຫມາຍ​ໃຫ້​ການ​ຄຸ້ມ​ກັນ​ດ້ານ​ກົດ​ຫມາຍ​ໃຫ້​ແກ່​ຊັບ​ສິນ​ຂອງ​ສ່ວນ​ຕົວ​ເປັນຄັ້ງທຳ​ອິດ.

ຫນັງ​ສື​ພິມ ouvelles d'europe ຂອງ​ຝຣັ່ງ​ໄດ້​ພິມ​ບົດ​ວິຈານ​ກ່າວ​ວ່າ, ຫົວຂໍ້​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ກ່າວໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວີ່ນ​ເຈ່ຍ​ປາວ​ໄດ້​ຫັນ​ຫນ້າ​ໃສ່​ບັນ​ຫາ​ທີ່​ຊົງ​ຕົວ​ຢູ່​​ໃນ​ສະ​ພາບ​ຕົວ​ຈິງ​ຢ່າງ​ມີ​ສະຕິ, ອັນ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ໄຂ​ກອງ​ປະ​ຊຸມ​ສອງ​ສະ​ພາ​ເທື່ອ​ນີ້.ບົດ​ຄວາມ​ຍັງ​ຂຽນ​ວ່າ,​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ຫາ​ລື, ທ່ານ​ປະ​ທານ​ຫູ​ຈີນ​ທາວ​ໄດ້​ເນັ້ນ​ສັບ​ທີ່​ວ່າ​ສະ​ຕິ​ຄວາມ​ກັງ​ວົນ.​ນີ້​ສະ​ແດງ​ໃຫ້​ເຫັວ່າ​ຜູ່​ນຳ​ຈີນ​ຮຸ່ນ​ໃຫມ່​ໄດ້​ມີ​ການ​ຮັບ​ຮູ້​ຕໍ່​ສະ​ພາບ​ຕົວ​ຈິງ​ຢ່າງ​ມີ​ສະ​ຕິ,ມີ​ຈິດ​ໃຈ​ທີ່​ຖື​ວ່າ​ກັນ​ດີ​ກວ່າ​ແກ້.